ເຈົ້າໜ້າທີ່ໄອຍະການ ສ.ເກົາຫລີ ຮ້ອງຂໍໃຫ້ຈັບນາງ ປັກກຸນເຮ
ເຈົ້າໜ້າທີ່ໄອຍະການ ສ.ເກົາຫຼີ ໄດ້ຕົກລົງໃນວັນທີ 27 ມີນານີ້ ໂດຍຮ້ອງຂໍຕໍ່ສານໃຫ້ຈັບນາງ ປັກກຸນເຮ ອະດີດປະທານາທິບໍດີ, ຂະນະທີ່ສານຈະຕົກລົງອະນຸມັດ ຫຼື ບໍ່ ອາດຈະຮູ້ໃນມໍ່ໆນີ້.
ເຈົ້າໜ້າທີ່ໄອຍະການເຫັນວ່າ: ນາງ ປັກກຸນເຮ ຖືກສົງໄສ ໃຊ້ສິດອຳນາດປະທານາທິບໍດີ ໃນທາງທີ່ບໍ່ຖືກຕ້ອງ, ຮັບສິນບົນຈາກວິສາຫະກິດ, ເຮັດໃຫ້ເສຍຄວາມລັບ, ປະຕິເສດບໍ່ຮັບການກະທຳຄວາມຜິດສ່ວນໃຫຍ່ ທັງຖືກສົງໄສໄດ້ທຳລາຍຫຼັກຖານ. ຫຼັງຄົ້ນຄວ້າພິຈາລະນາເນື້ອໃນການສືບສວນ-ສອບສວນນາງ ປັກກຸນເຮ ຂອງເຈົ້າໜ້າທີ່ໄອຍະ ການ ແລະ ຄະນະສືບສວນພິເສດຢ່າງລະອຽດ ທັງພິຈາລະນາຜົນການສືບສວນແບບເຊິ່ງໜ້າກ່ອນໜ້ານີ້ແລ້ວ, ເຈົ້າໜ້າທີ່ໄອຍະການຈຶ່ງໄດ້ຕົກລົງຮ້ອງຂໍໃບໝາຍຈັບນາງ ປັກກຸນເຮ ຕໍ່ສານ.
ສານລັດຖະທຳມະນູນ ສ. ເກົາຫຼີ ໄດ້ມີມະຕິຮັບຮອງຄະດີຖອດຖອນນາງ ປັກກຸນເຮ ອອກຈາກຕຳແໜ່ງປະທານາທິບໍດີໃນວັນທີ 10 ມີນານີ້ ສົ່ງຜົນເຮັດໃຫ້ນາງ ປັກກຸນເຮ ກາຍເປັນປະທານາທິບໍດີຄົນທຳອິດທີ່ຖືກຖອດຖອນອອກຈາກຕຳແໜ່ງໃນປະຫວັດສາດ ສ.ເກົາຫຼີ ແລະ ເສຍອະພິຊິດທາງກົດໝາຍອີກ.

