ສປປ ເກົາຫລີ ພົບຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດຢ່າງເປັນທາງການ

ສື່ ສປປ ເກົາຫລີ ລາຍງານການລະບາດຂອງພະຍາດໂຄວິດ-19 ໃນປະເທດເປັນຄັ້ງທຳອິດ.
ວັນທີ 12 ພຶດສະພາ 2022, ສຳນັກຂ່າວຣອຍເຕີ (Reuters) ລາຍງານອ້າງອີງຈາກ KCNA ສື່ ສປປ ເກົາຫລີ ເຖິງການພົບຜູ້ຕິດເຊື້ອໂຄວິດ-19 ໃນປະເທດ ສປປ ເກົາຫລີ ແລະ ຖືເປັນຜູ້ຕິດເຊື້ອຄົນທຳອິດຢ່າງເປັນທາງການຂອງ ສປປ ເກົາຫລີ ນັບແຕ່ເລີ່ມມີການລະບາດເກີດຂຶ້ນທົ່ວໂລກ.
ຕາມລາຍງານລະບຸວ່າ: ເຊື້ອທີ່ກວດພົບເປັນສາຍພັນຍ່ອຍ BA.2 ຂອງເຊື້ອກາຍພັນສາຍພັນໂອມິຄຣອນ. ພ້ອມທັງຊີ້ວ່າ: ນີ້ຄືເຫດສຸກເສີນໃຫຍ່ທີ່ສຸດໃນປະເທດ ທີ່ເກີດຈາກຮອຍຮົ່ວໃນບຸກຄະລາກອນດ່ານໜ້າ ເຊິ່ງເຮັດໃຫ້ ສປປ ເກົາຫລີ ປອດໄພມາຕະຫລອດ 2 ປີກັບອີກ 3 ເດືອນ ນັບແຕ່ເດືອນກຸມພາ 2020.
ຜ່ານມາ ສປປ ເກົາຫລີ ບໍ່ເຄີຍມີລາຍງານຜູ້ຕິດເຊື້ອໂຄວິດ-19 ມາກ່ອນ ເຖິງວ່າທາງຜູ້ຊ່ຽວຊານດ້ານສາທາລະນະສຸກເຊື່ອວ່າມີການຕິດເຊື້ອພາຍໃນປະເທດເກີດຂຶ້ນແລ້ວ ພຽງແຕ່ບໍ່ມີການລາຍງານອອກມາເທົ່ານັ້ນ.
ໂດຍສື່ທາງການ ສປປ ເກົາຫລີ ເປີດເຜີຍວ່າ: ທ່ານ ກິມຈອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ປະກາດວ່າຈະເອົາຊະນະການລະບາດຂອງໂຄວິດ-19 ຄັ້ງນີ້ໃຫ້ໄດ້, ພ້ອມສັ່ງລັອກດາວທົ່ວປະເທດແລ້ວ.
ອ້າງອີງ:

