ເມືອງຊຽງຄໍ້ ທຳລາຍຈັກສະຕິນ ແລະ ອາວຸດລ່າເນື້ອ ທີ່ຍືດມາໄດ້

ໃນຕອນເຊົ້າຂອງວັນທີ 11 ພຶດສະພາ 2022 ນີ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງຊຽງຄໍ້ຮ່ວມກັບກອງບັນຊາການ ປກສ ເມືອງຊຽງຄໍ້ ແຂວງຫົວພັນ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ຈັກສະຕິນຢູ່ກອງບັນຊາການ ປກສ ເມືອງ. ມີທ່ານ ວົງໄຊ ຍະສິງທອນ ເຈົ້າເມືອງ ເມືອງຊຽງຄໍ້ ແລະ ທ່ານ ບຸນປອນ ພົມວົງໄຊ ຫົວໜ້າກວດກາປ່າໄມ້ແຂວງຫົວພັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອາວຸດລ່າເນື້ອ ແລະ ຈັກສະຕິນ ທີ່ເກັບກູ້ມາໄດ້ໃນຄັ້ງນີ້ປະກອບມີ ຈັກສະຕິນ 22 ເຄື່ອງ, ອາວຸດລ່າເນື້ອ 85 ກະບອກ. ໃນນັ້ນປະກອບມີປືນແກັບ 78 ກະບອກ, ອາວຸດທີ່ຍິງດ້ວຍນ້ຳເຫລົ້າອັງໂກນ 7 ກະບອກ ແລະ ໝາກແຕກ 2 ໜ່ວຍ.

