ຮອງລັດຖະມົນຕີກະຊວງການເງິນ ເນັ້ນພະແນກການ ເງິນແຂວງສາລະວັນ ເກັບລາຍຮັບໃຫ້ບັນລຸຕາມແຜນ

ວັນທີ 7 ພຶດສະພານີ້, ຢູ່ທີ່ສະໂມສອນແຂວງສາລະວັນ, ທ່ານ ບຸນປອນ ວັນນະຈິດ ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ແລະ ໄດ້ພົບປະໂອ້ລົມຄະນະນຳ ແລະ ພະນັກງານວິຊາການພະແນການເງິນແຂວງສາລະວັນ, ໂດຍມີທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງສາລະວັນ, ມີຄະນະພະແນກ, ພະນັກງານວິຊາການພາຍໃນຂົງເຂດການເງິນ ແລະ ຫົວໜ້າຫ້ອງການການເງິນເມືອງໃນ 5 ຕົວເມືອງເຂົ້າຮ່ວມ.

ກ່ອນອື່ນໆ…ທ່ານ ບຸນປອນ ວັນນະຈິດ ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ,ໄດ້ຮັບພັງການລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງແຜນງົບປະມານແຫ່ງລັດ 4 ເດືອນ ແລະ ຄາດຄະເນ 6 ເດືອນຕົ້ນປີ 2022 ແຜນລາຍຮັບປີ 2022 ຂອງແຂວງສາລະວັນ, ວຽກງານການປັບປຸງກົງຈັກການການຈັດຕັ້ງ ແລະ ວຽກງານການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຈາກທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງສາລະວັນ.

ຈາກນັ້ນການພົບປະຄັ້ງນີ້ທ່ານ ຮອງລັດຖະມົນຕີກະຊວງການເງິນ ໄດ້ຍ້ອງຍໍຊົມເຊີຍກ່ຽວກັບການຈັດເກັບລາຍຮັບເຂົ້າງົບປະມານຜ່ານມາເຫັນວ່າເຮັດໄດ້ດີມີຜົນສຳເລັດ ໂດຍລວມແມ່ນຍ້ອນຄວາມເປັນເຈົ້າການຂອງຄະນຳພແນກ ແລະ ຂະແໜງການທີ່ກ່ຽວຂ້ອງ, ພ້ອມນັ້ນກໍ່ຕ້ອງເອົາໃຈໃສ່ໃນການປະຕິບັດລາຍຈ່າຍໃຫ້ຖືກຕ້ອງຕາມແຜນ ແລະ ຈັດເກັບລາຍຮັບໃຫ້ໄດ້ຕາມແຜນໃນໄລຍະ 7 ເດຶອນທ້າຍປີ 2022 ໂດຍສະເພາະແມ່ນເກັບໃຫ້ໝົດ, ເກັບໃຫ້ຖືກຕາມລະບຽບຫຼັກການ ແລະ ເອົໃຈໃສ່ໃນການຄຸ້ມຄອງລາຍຈ່າຍ, ພ້ອມທັງໃຫ້ມີການກວດກາ, ປະເມີນພະນັກງານຂອງຕົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕ່າງໆໃຫ້ໄປຕາມລະບຽບຫຼັກການ, ຢາງຖືກຕ້ອງສອດຄ່ອງ.

ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ກໍາມະການປະຈໍາພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນຄະນະພະແນກການເງິນແຂວງສາລະວັນ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຕ່າງໆເປັນຕົ້ນ: ແມ່ນການຈັດຕັ້ງປະຕິບັດໃນ 2 ວາລະແຫ່ງຊາດໂດຍສະເພາະການຈັດເກັບລາຍຮັບ, ການສຳລະສະສາງໜີ້ສິນ ແລະການປັບປຸງກົນໄກລະບຽບການ-ການປະສານງານ ເພື່ອໃຫ້ສອດຄອງຖືກຕ້ອງ ແລະ ເຂັ້ມແຂງຜູ້ໜຶ່ງສາມາດເຮັດໄດ້ຫຼາຍວຽກ.