ພະຍາດທີ່ມັກເກີດກັບຫົວໃຈຂອງຄົນເຮົາ

ພະຍາດຫົວໃຈ ຫລື Heart Disease ໝາຍເຖິງພະຍາດຕ່າງໆ ທີີ່ສົ່ງຜົນກະທົບຕໍ່ການເຮັດວຽກຂອງຫົວໃຈ ໂດຍຄວາມຜິດປົກກະຕິທີ່ເກີດຂຶ້ນໃນສ່ວນຂອງຫົວໃຈຕ່າງກັນເຮັດໃຫ້ພະຍາດກ່ຽວກັບຫົວໃຈມີອາການແຕກຕ່າງກັນໄປໃນແຕ່ລະຊະນິດດັ່ງນີ້:

  • ຫລອດເລືອດຫົວໃຈ: ເຈັບແໜ້ນໜ້າເອິກ ປວດເມື່ອຍຕາມແຂນ ກ້ານຄໍ ເມື່ອຍ ອ່ອນເພຍ ຫລື ໝົດສະຕິ
  • ຫົວໃຈເຕັ້ນຜິດຈັງຫວະ: ຫົວໃຈອາດເຕັ້ນໄວ ຫລື ຊ້າກວ່າປົກກະຕິ ໃຈສັ່ນ ເມື່ອຍງ່າຍ ແໜ້ນໜ້າເອິກ ເຈັບຫົວ ຄ້າຍຄືຈະເປັນວິນ
  • ກ້າມເນື້ອຫົວໃຈ: ເມື່ອຍງ່າຍ ຫາຍໃຈບໍ່ອີ່ມ ມີອາການໜັກຂຶ້ນເມື່ອອອກກຳລັງກາຍໜັກ ບວມຕາມແຂນ ຂາ ແລະ ໄອຕອນກາງຄືນ
  • ຫົວໃຈພິການມາແຕ່ກຳເນີດ: ເປັນພະຍາດທີ່ເກີດຂຶ້ນຕັ້ງແຕ່ເດັກນ້ອຍຢູ່ໃນທ້ອງແມ່ ຜູ້ເປັນແມ່ຈະມີອາການເມື່ອຍເວລາລູກກິນນົມ ແລະ ລ້ຽງບໍ່ໃຫຍ່
  • ລີ້ນຫົວໃຈ: ຫາກມີຄວາມຜິດປົກກະຕິຂອງລີ້ນຫົວໃຈ ຈະມີອາການເມື່ອຍງ່າຍ ແລະ ເກີດພາວະຫົວໃຈວາຍ ຫລື ນ້ຳຖ້ວມປອດໄດ້
  • ຕິດເຊື້ອບໍລິເວນຫົວໃຈ: ເປັນໄຂ້ຢູ່ຕະຫລອດເວລາ ອ່ອນເພຍ ເມື່ອຍ ຫົວໃຈເຕັ້ນຜິດປົກກະຕິ ຫາຍໃຈຫອບ ໄອແຫ້ງ ຂາ ຫລື ທ້ອງບວມ ມີຜື່ນຂຶ້ນຕາມຜິວໜັງ

ຫາກທ່ານມີອາການດັ່ງກ່າວຄວນປຶກສາແພດໝໍເພື່ອເຂົ້າຮັບການປີ່ນປົວ ແລະ ຮັກສາຕິດຕາມແຕ່ລະໄລຍະ ເພື່ອຕົວຂອງທ່ານເອງ