ເປີດແອແນວໃດໃຫ້ປະຢັດໄຟ ແລະ ເຢັນສະບາຍໄດ້.

- ຕິດຕັ້ງຄອມເພຣສເຊີໃນບໍລິເວນທີ່ເໝາະສົມ : ຖ້າຢາກໃຫ້ແອເຮັດວຽກຢ່າງມີປະສິດທິພາບ ໂດຍບໍ່ຕ້ອງເປືອງພະລັງງານ ແລະ ເສຍຄ່າໃຊ້ຈ່າຍຕື່ມໂດຍບໍ່ຈຳເປັນນັ້ນ ກໍຕ້ອງເລີ່ມຕົ້ນຈາກຄວາມເອົາໃຈໃສ່ ຕັ້ງແຕ່ຂັ້ນຕອນຂອງການຕິດຕັ້ງຄອມເພຣສເຊີ ຄວນຈະຫາພື້ນທີ່ຕິດຕັ້ງຄອມເພຣສເຊີແອໃຫ້ຢູ່ໃນບໍລິເວນທີ່ເໝາະສົມ ເຊິ່ງຄວນຫລີກເວັ້ນບໍລິເວນທີ່ເປັນພື້ນຊີມັງ ຫລື ດາດຟ້າ ລວມເຖິງພື້ນທີ່ອື່ນໆທີ່ໄດ້ຮັບແສງແດດໂດຍກົງ ລວມທັງມຸມອັບ ທີ່ອາກາດບໍ່ຄ່ອຍຖ່າຍເທ ເພາະຄອມເພຣສເຊີແອນັ້ນ ເປັນໂຕລະບາຍຄວາມຮ້ອນ ຈຶ່ງຄວນຢູ່ໃນບ່ອນຮົ່ມ ແນະນຳວ່າຄວນຢ່າງຍິ່ງທີ່ຈະຍົກສູງຂຶ້ນເໜືອພື້ນທີ່ປົກກະຕິ ເພື່ອໃຫ້ອາກາດຈາກຄອມເພຣສເຊີຖ່າຍເທໄດ້ດີຍິ່ງຂຶ້ນ ເມື່ອຄອມເພຣສເຊີເຮັດວຽກໄດ້ມີປະສິດທິພາບຫລາຍຂຶ້ນ ກໍບໍ່ເປືອງໄຟນັ້ນເອງ.
- ເປີດປ່ອງຢ້ຽມໃຫ້ອາກາດຖ່າຍເທກ່ອນຈະເປີດແອ : ຖ້າມີເວລາຈັກໜ້ອຍ ກ່ອນຈະຈັບຣີໂໝດມາເປີດແອ ຄວນຢ່າງຍິ່ງເລີຍທີ່ຈະເປີດປະຕູ, ເປີດປ່ອງຢ້ຽມໃຫ້ອາກາດບໍລິສຸດພາຍນອກໄດ້ເຂົ້າມາຖ່າຍເທເອົາອາກາດເກົ່າໆທີ່ອັບຢູ່ໃນຫ້ອງອອກໄປທາງນອກ ເພາະນອກຈາກຈະຊ່ວຍຫລຸດກິ່ນອັບຂອງອາກາດທີ່ຢູ່ໃນຫ້ອງທີ່ປິດເອົາໄວ້ໝົດມື້ແລ້ວ ຍັງເປັນການຊ່ວຍລະບາຍຄວາມຮ້ອນທີ່ອາດສະສົມໃນຫ້ອງໃຫ້ລະບາຍອອກໄປໄດ້ ແລະ ເມື່ອທ່ານເປີດແອ ກໍຈະຊ່ວຍໃຫ້ສາມາດປັບອຸນຫະພູມໃນຫ້ອງໃຫ້ເຢັນລົງໄດ້ງ່າຍຍິ່ງຂຶ້ນ ແລະ ແອກໍບໍ່ຕ້ອງເຮັດວຽກໜັກເກີນໄປ.
- ຫລີກເວັ້ນການໃຊ້ເຄື່ອງໃຊ້ໄຟຟ້າທີ່ໃຫ້ຄວາມຮ້ອນໃນຂະນະທີ່ເປີດແອ : ເມື່ອໜ້າທີ່ຫລັກຂອງແອແມ່ນການເຮັດໃຫ້ຫ້ອງນັ້ນມີອຸນຫະພູມຫລຸດລົງ ເພື່ອໄດ້ອາກາດທີ່ເຢັນສະບາຍ ການເອົາເຄື່ອງໃຊ້ໄຟຟ້າປະເພດທີ່ໃຫ້ຄວາມຮ້ອນໄປໃຊ້ໃນຫ້ອງນັ້ໜ ຈຶ່ງເປັນສິ່ງທີ່ເຮັດໃຫ້ແອຕ້ອງເຮັດວຽກໜັກຂຶ້ນຢ່າງຫລີກເວັ້ນບໍ່ໄດ້ ບໍ່ວ່າຈະເປັນການປຸງແຕ່ງອາຫານດ້ວຍກະທະໄຟຟ້າ, ການໃຊ້ໝໍ້ຕົ້ມນຳ້ຮ້ອນ ຫລື ຈະເປັນການໃຊ້ເຕົາລີດກໍຕາມ ເຊິ່ງຖ້າຫາກຫລີກເວັ້ນໄດ້ກໍຈະເປັນການຊ່ວຍໃຫ້ແອເຮັດວຽກຫລຸດລົງໄດ້ຫລາຍເລີຍ.
- ຫລີກເວັ້ນການເພີ່ມຄວາມຊຸ່ມພາຍໃນຫ້ອງ : ການເຮັດວຽກຂອງແອນັ້ນນອກຈາກຈະເຮັດໃຫ້ຫ້ອງເຢັນລົງແລ້ວ ຍັງຕ້ອງເຮັດໃຫ້ອາກາດໃນຫ້ອງນັ້ນແຫ້ງລົງນຳ ເຊິ່ງຖ້າໃນຫ້ອງນັ້ນມີສິ່ງທີ່ກໍ່ໃຫ້ເກີດຄວາມຊຸ່ມຢູ່ ແອກໍຈະຍິ່ງເຮັດວຽກໜັກ ແລະ ກິນໄຟຫລາຍຂຶ້ນນຳ ໂດຍສິ່ງທີ່ເພີ່ມຄວາມຊຸ່ມໃນຫ້ອງນັ້ນ ມີຕັ້ງແຕ່ການຕົກແຕ່ງຫ້ອງດ້ວຍຕົ້ນໄມ້, ການຕາກເຄື່ອງໃນຫ້ອງ ລວມເຖິງການທີ່ຫ້ອງມີຄວາມຊຸ່ມຈາກຫ້ອງນຳ້ ທີ່ອາດມີບານເກັດ ຫລື ປິດປະຕູບໍ່ແຈບ ພື້ນທີ່ໆກໍ່ໃຫ້ເກີດຄວາມຊຸ່ມທີ່ກ່າວມານີ້ ອາດເປັນຈຸດນ້ອຍໆ ແຕ່ກໍມີຜົນກັບການເຮັດວຽກຂອງແອບໍ່ໜ້ອຍຄືກັນ.
- ປິດປະຕູ – ປິດປ່ອງຢ້ຽມໃຫ້ແຈບ : ກ່ອນເປີດແອໃຫ້ເຢັນໆ ຕ້ອງຢ່າລືມກວດສອບອ້ອມໆຫ້ອງນຳ ວ່າປິດປະຕູ-ປິດປ່ອງຢ້ຽມ ແລະ ບໍ່ມີຊ່ອງວ່າງທີ່ຈະເຮັດໃຫ້ອາກາດຮ້ອນຈາກພາຍນອກເຂົ້າມາ ບາງເທື່ອອາດເປັນປ່ອງຢ້ຽມບາງປ່ອງ ຫລື ປະຕູບານເລື່ອນ ທີ່ບໍ່ໄດ້ເບິ່ງໃຫ້ລະອຽດ ເຊິ່ງຈຸດນີ້ຈະເຮັດໃຫ້ອາກາດຈາກພາຍນອກເຂົ້າມາໄດ້ເລື້ອຍໆ ຈຶ່ງເຮັດໃຫ້ແອຕ້ອງເພີ່ມການເຮັດວຽກເພື່ອຮັກສາຄວາມເຢັນໃນຫ້ອງໄວ້ຕະຫລອດ.
- ຕັ້ງເວລາປິດແອກ່ອນອອກຈາກຫ້ອງ : ຖ້າວາງແຜນການໃຊ້ແອ ແລະ ສາມາດຕັ້ງເວລາປິດໄດ້ກໍຈະດີຫລາຍ ເຊັ່ນ : ການຕື່ນນອນ ຫລື ອອກຈາກຫ້ອງ ກໍສາມາດຕັ້ງເວລາ ຫລື ປິດແອກ່ອນປະມານ 30 ນາທີ ຫລື 1 ຊົ່ວໂມງ ໃຫ້ແອໄດ້ພັກຜ່ອນໄວຂຶ້ນ ເພາະຫລັງຈາກນັ້ນ ຄວາມເຢັນໃນຫ້ອງກໍຈະຍັງຄົງຢູ່ ພຽງແຕ່ເປີດພັດລົມຄ່ອບໆແທນ ກໍເຢັນສະບາຍ ທັງຊ່ວຍປະຢັດຄ່າໄຟໄດ້ຫລາຍກ່ວາເກົ່າ.
- ລ້າງແອຢ່າງສະໝໍ່າສະເໝີ : ການລ້າງແອຕາມໄລຍະເວລາທີ່ເໝາະສົມກໍເປັນອີກວິທີທີ່ຊ່ວຍປະຢັດໄຟຟ້າໄດ້ຫລາຍຂຶ້ນຄືກັນ ເພາະເມື່ອພາກສ່ວນຕ່າງໆຂອງແອສະອາດ, ບໍ່ມີຂີ້ຝຸ່ນ ຫລື ສິ່ງເປິເປື້ອນ ກໍຈະບໍ່ມີສິ່ງທີ່ຂັດຂວາງການເຮັດວຽກຂອງມໍເຕີແອ ລວມເຖິງພາກສ່ວນຕ່າງໆນຳ ເຊິ່ງໄລຍະເວລາທີ່ເໝາະສົມໃນການລ້າງແອກໍຈະຢູ່ປະມານ 6 ເດືອນ, ແຕ່ຖ້າຫາກມີການໃຊ້ງານໜັກເປັນພິເສດ ໂດຍອາດເປັນບໍລິເວນທີ່ຕິດຖະໜົນ ຫລື ມີການກໍ່ສ້າງ ກໍອາດຫຍັບມາເປັນ 2 – 3 ເດືອນຕໍ່ເທື່ອໄດ້ຕາມຄວາມເໝາະສົມ.
- ເປີດແອເທົ່າທີ່ຈຳເປັນ : ສຸດທ້າຍແລ້ວ ບໍ່ວ່າຈະເບິ່ງແຍງຮັກສາ ຫລື ໃຊ້ງານແອແບບໃດ ກໍອາດບໍ່ຊ່ວຍ ເທົ່າການຮູ້ຈັກໃຊ້ງານຢ່າງພໍດີ ໂດຍເລືອກເປີດແອເທົ່າທີ່ຈຳເປັນນັ້ນເອງ ບາງເທື່ອກໍອາດເປັນຄວາມລຶ້ງເຄີຍ ທີ່ເມື່ອເຂົ້າຫ້ອງ ກໍເປີດແອທັນທີ ເຖິງວ່າອາກາດບໍ່ໄດ້ຮ້ອນຫລາຍ ເຊິ່ງອາດປ່ຽນມາເປັນການເປີດສະເພາະຕອນນອນ ຫລື ເມື່ອອາກາດຮ້ອນແທ້ໆ ລວມທັງການຢູ່ຮ່ວມກັນໃນຫ້ອງທີ່ເປີດແອພຽງຫ້ອງດຽວ ແທນການເປີດແອຫລາຍໆຫ້ອງພ້ອມກັນ ກໍເປັນວິທີປະຢັດຄ່າໄຟຈາກການໃຊ້ແອໄດ້ອີກທາງໜຶ່ງ.

