ສະຖານທູດສະຫະລັດອາເມລິກາໄດ້ມອບຊຸດເກາະກັນກະສຸນ 89 ຊຸດ ໃຫ້ແກ່ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ

ວັນທີ 3 ພຶດສະພາ 2022 ຜ່ານມານີ້ ສະຖານທູດສະຫະລັດອາເມລິກາໄດ້ມອບຊຸດເກາະກັນກະສຸນ 89 ຊຸດ ໃຫ້ແກ່ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ, ກະຊວງການເງິນ ເພື່ອເພີ່ມຄວາມອາດສາມາດໃນການຢຸດຕິການນຳເຂົ້າ ແລະ ສົ່ງອອກສິນຄ້າທີ່ຜິດກົດໝາຍ ລະຫວ່າງ ສປປ ລາວ ແລະ ບັນດາປະເທດເພື່ອນບ້ານ.