ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ (ເນື່ອງໃນໂອກາດວັນເກີດ 5/5/1818-5/5/2022)

ຕອນເປັນນັກສຶກສາຢູ່ມະຫາວິທະຍາໄລ, ທ່ານ ກາກມາກ ໄດ້ອຸທິດຕົນຄົ້ນຄວ້າປັດຊະຍາ, ວິຊາສັງຄົມສາດ ແລະ ນອກຈາກຄົ້ນຄວ້າປັດຊະຍາດັ່ງກ່າວຍັງສາມາດຄົ້ນພົບຫລັກມູນພື້ນຖານຈຳນວນໜຶ່ງໂດຍໄດ້ ເລີ່ມສ້າງ ລັດທິມາກ ຂຶ້ນໃນຊຸມປີ 40 ຂອງສະຕະວັດທີ 19 ຢູ່ ເຢຍລະມັນ.
ລັດທິມາກ ເກີດຂຶ້ນເນື່ອງຈາກການຂະຫຍາຍຕົວທາງສັງຄົມ, ການຕໍ່ສູ້ຊົນຊັ້ນ, ວິທະຍາສາດ ແລະ ປັດຊະຍາ. ເວລານັ້ນໄດ້ເກີດມີປະຖົມປັດໄຈດ້ານທິດສະດີເສດຖະກິດ ແລະ ສັງຄົມສຳລັບລັດທິມາກ, ທ່ານກາກມາກ ໄດ້ຄົ້ນພົບກົດເກນພື້ນຖານເສດຖະກິດນາຍທຶນ ແລະ ກຳມະກອນ ທີ່ວ່າ: ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ແມ່ນຜູ້ສ້າງພາລະກຳປະຫວັດສາດ ໂດຍຖືວ່າ ຊົນຊັ້ນ ແລະ ການຕໍ່ສູ້ຊົນຊັ້ນ ແມ່ນເປົ້າໝາຍທີ່ກ້າວໄປເຖິງການປົດປ່ອຍຕົວເອງອອກຈາກສັງຄົມແຫ່ງຄວາມມືດມົນ ແລະ ຄວາມບໍ່ຍຸຕິທຳ.
ລວມແລ້ວ, ທ່ານ ກາກມາກ ເປັນນັກພຶດຕິກຳ ແລະ ນັກປະຕິວັດທີ່ກ້າແກ່ນ, ເປັນຜູ້ນຳ ແລະ ເປັນນັກທິດສະດີຂອງຊົນຊັ້ນກຳມະກອນ, ທ່ານ ເຂົ້າໃຈບົດບາດປະຫວັດສາດອັນຍິ່ງໃຫຍ່ຂອງຊົນຊັ້ນ ຊຶ່ງເປັນກຳລັງປະຕິວັດທີ່ກ້າວໝ້າທີ່ສະເໝີຕົ້ນສະເຫມີປາຍຢ່າງພາວະວິໄສ.
ທ່ານ ກາກມາກ ແມ່ນນັກປະຕິວັດຜູ້ໜຶ່ງທີ່ໃຫ້ກຳເນີດປັດຊະຍາມາກສິດ ລວມມີ ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ຍັງໄດ້ຮັບການຍອມຮັບຈາກບັນດານັກປາດການເມືອງທີ່ສຳຄັນ ແລະ ດີເດັ່ນຂອງໂລກ. ທ່ານ ເປັນນັກທິດສະດີຜູ້ຍິ່ງໃຫຍ່ ເປັນຜູ້ນຳທີ່ປີຊາສາມາດ ເປັນອາຈານຜູ້ຍິ່ງໃຫຍ່ຂອງຂະບວນກຳມະກອນສາກົນ ເປັນຜູ້ໃຫ້ກຳເນີດລັດທິກອມມູນິດວິທະຍາ ສາດ ຊຶ່ງເປັນທິດສະດີປ່ຽນແປງໃໝ່ ແລະ ດັດສ້າງໂລກໃຫ້ກ້າວໜ້າຂະຫຍາຍຕົວ ແລະສັນຕິພາບ. ນອກ ນີ້ ທ່ານ ກາກມາກ ຮ່ວມກັບ ທ່ານອັງແກນ ໄດ້ສ້າງຕັ້ງພັກຂອງຊົນຊັ້ນກຳມະກອນຂຶ້ນໃນປະຫວັດສາດການຂະຫຍາຍຕົວຂອງສັງຄົມມະນຸດ.
ລັດທິມາກແມ່ນທິດສະດີທີ່ມີວິທະຍາສາດ ໄດ້ເປີດເຜີຍກົດເກນການພັດທະນາຂອງສັງຄົມມະນຸດ, ແມ່ນທິດສະດີຂອງປະຊາຊົນ ໂດຍໄດ້ສ້າງລະບົບແນວຄິດທີ່ປະຊາຊົນບັນລຸການປົດປ່ອຍຕົນເອງເປັນເທື່ອທຳອິດ, ແມ່ນທິດສະດີຜ່ານການປະຕິບັດຕົວຈິງ ແລະ ຊີ້ນຳການເຄື່ອນໄຫວຂອງປະຊາຊົນໃນການດັດສ້າງໂລກ, ແມ່ນທິດສະດີແບບເປີດກວ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ, ຈະຢືນຢູ່ແຖວໜ້າແຫ່ງຍຸກສະໄໝຢ່າງສະເໝີຕົ້ນສະເໝີປາຍ.

