ໃນວັນທີ 4 ພຶດສະພາ 2022 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໄດ້ຈັດ ກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ (ສະບັບປັບປຸງ) ໂດຍ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ທ່ານ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ມີຄະນະຮັບຜິດຊອບຈາກສູງກາງ, ຄະນະກວດກາພັກ-ລັດແຂວງ, ຜູ້ຮັບຜິດຊອບວຽກງານກວດກາ ຈາກພະແນກ ການອ້ອມຂ້າງແຂວງ ແລະ ພາກສ່ວນກ້ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມໄດ້ຮັບຟັງການສະເໜີກ່ຽວກັບ ຮ່າງກົດໝາຍ ວ່າດ້ວຍ ອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ຊຶ່ງປະກອບມີ XI ພາກ, 87 ມາດຕາ ຊຶ່ງກໍານົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ້ມແຂງ, ສາມາດດໍາເນີນໄດ້ຢ່າງມີປະສິດທິພາບ ເຮັດໃຫ້ອໍານາດລັດເຂັ້ມແຂງ, ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່ ລວມທັງສິດ ແລະ ຜົນປະໂຫຍດອັນຊອບທຳຂອງພົນລະເມືອງ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ການສະເໜີ ປະກອບຄໍາຄິດເຫັນໃສ່ຮ່າງກົດໝາຍດັ່ງກ່າວ ໂດຍສະເພາະແມ່ນການປັບປຸງບາງຄໍາສັບ ແລະ ເນື້ອໃນ ທີ່ຍັງບໍ່ທັນສອດຄ່ອງ, ການກໍານົດໜ້າທີ່, ສິດຂອງພາກ ສ່ວນຕ່າງໆໃຫ້ລະອຽດຈະແຈ້ງ, ການຍົກສູງພາລະບົດບາດການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ຂັ້ນທ້ອງຖິ່ນ ແລະ ອື່ນໆ. ທັງນີ້ກໍເພື່ອເຮັດໃຫ້ຮ່າງກົດໝາຍວ່າດ້ວຍອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫລວງ ມີຄວາມສົມບູນ, ສອດຄ່ອງ ແລະ ສາມາດນໍ້າໃຊ້ໄດ້ຢ່າງມີປະສິດທິພາບສູງ.