ການນຳເຂົ້ານໍ້າມັນເຊື້ອໄຟຫຼຸດລົງເຮັດໃຫ້ນໍ້າມັນຂາດປໍ້າຮຽກຮ້ອງທົ່ວສັງຄົມຊ່ວຍກັນປະຢັດ

ຂ່າວໜັງສືພິມສະຫວັນພັດທະນາລາຍງານວັນທີ 5 ພຶດສະພາ 2022 ນີ້ ໂດຍການສຳພາດ ທ່ານ ໂພສີສ້ອຍ ກຸທິລາດ ຫົວໜ້າ ພະແນກອຸດສາຫະກຳ ແລະການ ຄ້າແຂວງສະຫວັນນະເຂດ ວ່າ: ການພົບກັບບັນຫານ້ຳມັນຂາດປ້ຳເຮັດໃຫ້ ພໍ່ແມ່ປະຊາຊົນ ແລະຜູ້ທີ່ໃຊ້ລົດພົບຄວາມ ຫຍຸ້ງຍາກ ແລະ ເກີດມີຫາງສຽງວິພາກວິຈານຕ່າງໆນານາຕໍ່ກັບບັນຫາດັ່ງກ່າວ.
ລາຄານ້ຳມັນເຊື້ອໄຟໄດ້ເໜັງຕີງ ຂຶ້ນຢ່າງ ຕໍ່ເນື່ອງ ໂດຍໃນຕົ້ນປີ 2022 ໄດ້ປັບຂຶ້ນ-ລົງລາຄານ້ຳມັນເຖິງ 11 ຄັ້ງ ສາເຫດທີ່ເຮັດໃຫ້ລາຄາ ນ້ຳມັນເຊື້ອໄຟສູງຂຶ້ນ ເກີດຈາກ ຄວາມຂັດແຍ້ງລະຫວ່າງບັນດາ ປະເທດທີ່ຜະລິດນ້ຳມັນອອກຮັບໃຊ້ໃນໂລກເຮັດໃຫ້ປະເທດທີ່ນຳເຂົ້ານ້ຳມັນລວມທັງປະເທດລາວພວກເຮົາໄດ້ຮັບຜົນກະທົບ, ບວກກັບການນຳເຂົ້າສິນຄ້າຈາກຕ່າງປະເທດມີຈຳນວນຫຼາຍຂຶ້ນສົ່ງຜົນໃຫ້ມີຄວາມຕ້ອງການເງິນຕາ ຕ່າງປະເທດເປັນຈຳນວນຫຼາຍໃນການຊຳລະສະສາງເມື່ອເງິນຕາມີຄວາມຕ້ອງການສູງກໍຈະ ແຂງຄ່າຂຶ້ນສົ່ງຜົນໃຫ້ເງິນກີບອ່ອນຄ່າລົງ, ຊຶ່ງແຫຼ່ງເງິນຕາຕ່າງປະເທດ (ໂດລາ) ທີ່ສະໜອງໃຫ້ ແກ່ພາກທຸລະກິດໃນການຊື້ນ້ຳມັນເຂົ້າມາຈຳໜ່າຍບໍ່ທ່ວງທັນກັບຄວາມຕ້ອງການເຊິ່ງທົ່ວປະເທດມີບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອໄຟຈຳນວນທັງໝົດ 13 ບໍລິສັດ ແຕ່ປະຈຸບັນມີພຽງ 4 ບໍລິສັດ ທີ່ສາມາດນຳເຂົ້ານ້ຳມັນໄດ້ຈຶ່ງມີຜົນກະທົບຕໍ່ການນຳເຂົ້ານ້ຳມັນ ເຊື້ອໄຟພຽງພໍກັບຄວາມຕ້ອງການຂອງສັງຄົມ, ການນຳເຂົ້ານ້ຳມັນມີຈຳນວນຫຼຸດລົງແຕ່ຄວາມຕ້ອງການຊົມໃຊ້ສູງຂຶ້ນບັນຫາທີ່ກ່າວມາທັງໝົດນີ້, ລ້ວນແລ້ວແຕ່ເປັນສາເຫດທີ່ພາໃຫ້ການນຳ ເຂົ້ານ້ຳມັນມາຈຳໜ່າຍພາຍໃນໂດຍສະເພາະແມ່ນນ້ຳມັນແອັດຊັງບໍ່່ບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ປ້ຳນ້ຳມັນຫຼາຍປ້ຳຂາດ ນ້ຳມັນ.
ນອກນີ້, ກໍຍັງມີຜູ້ທີ່ ສວຍໂອກາດຊື້ນ້ຳມັນແອັດຊັງມາຮ່າຍໃສ່ກະຕຸກຂາຍຕາມແຄມທາງ ແລະມີລາຄາສູງກວ່າໃນປ້ຳ ທີ່ເປັນການເອົາລັດເອົາປຽບຜູ້ຊົມ ໃຊ້ຕໍ່ກັບຫານີ້, ທາງພະແນກພວກເຮົາກໍ່ໄດ້ແຕ່ງເຈົ້າໜ້າທີ່ ກວດກາການຄ້າລົງເຮັດວຽກ ໃນແຕ່ລະເມືອງຖ້າພົບເຫັນຈະໄດ້ປັບໃໝຕາມລະບຽບການຈາກນີ້, ກໍ່ຂໍຮຽກຮ້ອງການນຳພັກ-ລັດ ທຸກຂັ້ນຄວນມີມາດຕະການສຸກເສີນໃນການຫຼຸດຜ່ອນພາສີ, ອາກອນລົງ ເພື່ອເຮັດໃຫ້ບໍລິສັດນຳເຂົ້າສາມາດນຳເຂົ້ານ້ຳມັນໄດ້ຫຼາຍຂຶ້ນນອກນີ້ກໍ່ຮຽກຮ້ອງພາກລັດ, ເອກະຊົນ ແລະຜູ້ຊົມໃຊ້ ຊ່ວຍ ກັນປະຢັດມັດທະຍັດບໍ່່ໃຊ້ຟຸມເຟືອຍ ໂດຍສະເພາະໃນຍຸກເຂົ້າຍາກໝາກແພງຄືແບບນີ້.
ຂ່າວແຈ້ງຕື່ມວ່າ: ທ່ານ ປະ ດິດສິນ ຣາຊະມົນຕຣີ ຫົວໜ້າສາຂາລັດວິສາຫະກິດນ້ຳມັນເຊື້ອໄຟລາວສາຂາສະຫວັນນະເຂດໄດ້ລາຍງານໃຫ້ຮູ້ຕື່ມວ່າ: ການນຳເຂົ້ານ້ຳມັນເຊື້ອໄຟໃນຕົ້ນປີ 2022 ແມ່ນໄດ້ຫຼຸດລົງໃນແຕ່ລະ ເດືອນໃນນີ້ໃນຊ່ວງເດືອນມີນາຫຼຸດລົງຈາກເດືອນກຸມພາ 18% ແລະໃນເດືອນເມສາຫຼຸດລົງຈາກ ເດືອນມີນາເຖິງ 24%.

