ເປີດລາຍຊື່ນັກເຕະຜົນງານດີ ທີ່ມີໂອກາດຄວ້າລາງວັນ ບັນລົງດໍ 2022

‘‘ William hill ’’ ບໍລິສັດ ຮັບພະນັນທີ່ຖືກກົດຫມາຍຂອງປະເທດອັງກິດ ອອກລາຄານັກເຕະທີ່ມີໂອກາດຄວ້າລາງວັນ ບັລລົງດໍ 2022 ອອກມາເປັນທີ່ຮຽບຮ້ອຍແລ້ວ.
ຜົນປາກົດວ່າ : ອັນດັບ 1 ໄດ້ແກ່ ຄາຣິມ ເບນເຊມາ ກອງຫນ້າທີມຊາດຝຣັ່ງ ຂອງສະໂມສອນ ຣຽວ ມາດຣິດ ມີອັດຕາຕໍ່ລອງຢູ່ທີ 1/1( ແທງ 1 ຈ່າຍ 1 ບໍ່ລວມທຶນ), ຕາມມາ້ດ້ວຍອັນດັບ 2 ໂມຮາເຫມັດ ຊາລາ ກອງຫນ້າທີມຊາດອີຢິບ ຂອງລີເວີພູລ ມີອັດຕາຕໍ່ລອງຢູ່ທີ 5/1 (ແທງ 1 ຈ່າຍ 5 ບໍ່ລວມທຶນ), ແລະ ອັນດັບ 3 ໂຣເບີດ ວານດ໊ອບສະກີ ກອງຫນ້າທີມໂປແລນ ຂອງບາເຢິນ ມິວນິກ ມີອັດຕາຕໍ່ລອງຢູ່ທີ່ 7/1 (1 ຈ່າຍ 7 ບໍ່ລວມທຶນ).
ຂະນະທີ່ດາວດັງຢ່າງ ລີໂອເນລ ເມສຊີ ດາວຍິງປາຣີສ ແຊັງ ແຊັກແມັງ ຢູ່ອັນດັບ 7 ແລະ ຄຣິສຕຽນໂນ ໂຣນັລໂດ ຈອມຖະຫລົ່ມປະຕູຂອງ ແມນເຊສເຕີ ຢູໄນເຕັດ ຢູ່ອັນດັບ 8 ຮ່ວມກັບອີກ 5 ຄົນ.
ສຳລັບ ເບນເຊມາ ໂຊຟອມໄດ້ຢ່າງຮ້ອນແຮງ ຍິງໄປແລ້ວ 41 ປະຕູຈາກການລົງຫລິ້ນ 41 ນັດ ລວມທຸກລາຍການໃຫ້ກັບ ຣຽວ ມາດຣິດ ໃນລະດູການນີ້.
- ຄາຣິມ ເບນເຊມາ (ຣຽວ ມາດຣິດ) 1/1
- ໂມຮາເໝັດ ຊາລາ ( ລິເວີພູລ) 5/1
- ໂຣເບີດ ເລວານດ໊ອບສະກີ (ບາເຢິນ ມິວນິກ) 7/1
- ເຄວິນ ເດີ ບຣູນີ (ແມນເຊັສເຕີ ຊິຕີ້) 8/1
- ຄີລຽນ ເອັມບັບເປ (ປາຣີສ ແຊັງ ແຊັງແມັງ) 10/1
- ຊາດິໂອ ມາເນ ( ລິເວີພູລ) 16/1
- ລີໂອເນລ ເມສຊີ (ປາຣີສ ແຊັງ ແຊັງແມັງ)) 20/1
- ຄຣິສເຕຍໂນ ໂຣນັລໂດ (ແມນເຊສເຕີ ຢູໄນເຕັດ) 33/1
- ແຮຣີ ເຄນ (ສະເປີ) 33/1
- ເອີຣິງ ເບຣົາ ຮາແລນ (ດອດມຸນ) 33/1
- ເນມາ (ປາຣີສ ແຊັງ ແຊັງແມັງ) 33/1
- ຟິລ ໂຟເດັນ (ແມນເຊສເຕີ ຊິຕີ້) 33/1
- ເທຣນ ອະເລັກຊານເດີ-ອາໂນລ ( ລິເວີພູລ) 33/1

