ຣັງນິກ ຫມັ້ນໃຈ ໂຣນັລໂດ ພ້ອມເປັນເສົາຫລັກແມນຢູໃນຍຸກ ເທນ ຮາກ

ຣາຟ ຣັງນິກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຫມັ້ນໃຈວ່າ ຄຣິສຕຽນໂນ ໂຣນັລໂດ ຍັງສາມາດເປັນເສົາຫລັກໃຫ້ ແມນເຊສເຕີ ຢູໄນເຕັດ ໄດ້ໃນຍຸກຂອງ ເອຣິກ ເທນ ຮາກ ໄດ້ສະບາຍ ຫລັງຊ່ວຍຍິງປະຕູກູ້ຊີບໃນເກມເປີດບ້ານສະເຫມີ ເຊລຊີ 1-1.

ຣາຟ ຣັງນິກ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ຫມັ້ນໃຈ ຄຣິສຕຽນໂນ ໂຣນັລໂດ ດາວຍິງປະສົບການຫລາຍ ຍັງສາມາດຈະເປັນກຳລັງສຳຄັນໃຫ້ທີມໄດ້ແນ່ນອນໃນຍຸກຂອງ ເອຣິກ ເທນ ຮາກ ຫລັງສວມບົດພະເອກຍິງປະຕູກູ້ຊີບຊ່ວຍໃຫ້ ແມນຢູ ເປີດບ້ານໄລ່ຕາມຕີສະເຫມີ ເຊລຊີ 1-1 ໃນການແຂ່ງຂັນພຣີເມຍລີກ ເມື່ອວັນພະຫັດທີ່ຜ່ານມາ.

ເກມນີ້ ເຊລຊີ ຂຶ້ນນຳກ່ອນ 1-0 ຈາກການຍິງຕາມນຳ້ຂອງ ມາກອສ ອາລອງໂຊ ໃນນາທີທີ 60 ກ່ອນທີ່ ໂຣນັລໂດ ຈະຫລຸດເຂົ້າໄປຍິງສວນ ເອດູອາ ເມນດີ ເປັນປະຕູຕີສະເຫມີ 1-1 ໃຫ້ແມນຢູ ໃນອີກ 2 ນາທີຕໍ່ມາ ແລະ ຣັງນິກ ກໍຫມັ້ນໃຈວ່າ ດາວຍິງອາຍຸ 37 ປີ ຈຍັງຄົງເປັນສະມາຊິກຄົນສຳຄັນຂອງແມນຢູໃນລະດູການຫນ້າ ຫາກຍັງຄົງສະແດງຜົນງານໄດ້ໃນລະດັບນີ້ຕໍ່ໄປ.

‘‘ ຖ້າລາວຍັງຫລິ້ນໄດ້ຄືມື້ນີ້ ລາວກໍຈະຍັງມີປະໂຫຍດມະຫາສານສຳລັບທີມນີ້ ແຕ່ ເອຣິກ ເທນ ຮາກ ແລະ ຄຣິສຕຽນໂນ ຈະເປັນຄົນຕັດສິນໃຈວ່າ ລາວຈະສາມາດເຮັດຫຍັງຕໍ່ໄປໄດ້ ແຕ່ຜົນງານຂອງລາວມື້ນີ້ມັນສຸດຍອດຫລາຍ ’’ ຣາຟ ຣັງນິກ ກ່າວປິດທ້າຍ.