ຢູຟາ ເປີດບົດລົງໂທດ ແມນຢູ-ລີເວີພູລ ຫລັງມີປະເດັນຈາກເກມ ຢູຟາ ແຊ໊ມປຽນລີກ

ສະຫະພັນບານເຕະຢູໂຣບ ຫລື ຢູຟາ ເປີດບົດລົງໂທດ ແມນເຊສເຕີ ຢູໄນເຕັດ ແລະ ລີເວີພູລ ຫລັງມີປະເດັນຈາກເກມຢູຟາ ແຊ໊ມປຽນລີກ.
ແມນເຊສເຕີ ຢູໄນເຕັດ ຖືກ ສະຫະພັນບານເຕະຢູໂຣບ ຫລື ຢູຟາ ລົງໂທດປັບເງິນຈຳນວນ 10,000 ຢູໂຣ ຈາກກໍລະນີທີ່ແຟນບານຂອງພວກເຂົາຂວ້າງສິ່ງຂອງໃສ່ ດີເອໂກ ຊີເມໂອເນ ຜູ້ຈັດການທີມ ແອັດເລຕີໂກ ມາດຣິດ ຫລັງຈົບເກມຢູຟາ ແຊ໊ມປຽນລີກ ຮອບ 16 ທີມສຸດທ້າຍ ນັດສອງທີ່ ແມນຢູ ເສຍໃຫ້ ແອັດ ມາດຣິດ ຄາຖິ່ນ ໄປ 0-1 ຕົກຮອບໄປດ້ວຍຄະແນນລວມ 2 ນັດ 1-2.
ຂະນະທີ່ ລີເວີພູລ ຖືກປັບໄຫມ 10,000 ຢູໂຣ ເຊັ່ນດຽວກັນ ຫລັງມີການເລີ່ມການແຂ່ງຂັນຊ້າກວ່າກຳນົດ ໃນເກມທີ່ລີເວີພູລເອົາຊະນະ ເບນຟີກາ 3-1 ໃນການແຂ່ງຂັນ ຢູຟາ ແຊ໊ມປຽນລີກ ຮອບ 8 ທີມສຸດທ້າຍ ນັດທຳອິດ ເມື່ອຕົ້ນເດືອນເມສາທີ່ຜ່ານມາ ໂດຍ ເຈີເກັນ ຄລ໊ອບ ຜູ້ຈັດການທີມລີເວີພູລ ກໍໄດ້ຮັບການເດືອນຈາກຢູຟານຳອີກ.

