ເມືອງລະມາມ ຢືນຢັນປິດຊ່ອງວ່າງການຈັດປະເພດຫົວໜ່ວຍທຸລະກິດທີ່ຖືກຍົກເວັ້ນ

ທ່ານນາງ ສຸກມະນີ ໄຊຍະວົງຄຳດີ ຫົວໜ້າຫ້ອງການ-ການເງິນເມືອງລະມາມແຂວງເຊກອງ ລາຍງານໃນວັນທີ 26 ເມສາ 2022 ໂອກາດຜັນຂະຫຍາຍວາລະສຳຄັນແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງປະຕິບັດຕາມການຕົກລົງຂອງເຈົ້າເມືອງທີ່ແບ່ງຄວາມຮັບຜິດ ຊອບໂດຍມອບໃຫ້ຫ້ອງການ-ການເງິນ ເປັນເຈົ້າການປະສານສົມທົບກັບບັນດາຫ້ອງການກ່ຽວຂ້ອງ ເຊັ່ນຫ້ອງການແຜນການ ແລະ ການລົງທຶນ, ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການພະລັງງານ ແລະ ບໍ່ແຮ່, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກະສິກຳ ແລະປ່າໄມ້, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ, ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຫ້ອງການໂຍທາທິກາາ ແລະຂົນສົ່ງ ແລະ ຫ້ອງການກອງບັນຊາການປ້ອງກັນຄວາມສະຫງົບ ຈັດຕັ້ງປະຕິບັດຕາມພາລະບົດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອປັບປຸງລະບົບການຄຸ້ມຄອງ ແລະ ຂະຫຍາຍຖານລາຍຮັບໃນຂອບເຂດຄວາມຮັບຜິດຊອບຄືນໃໝ່ ເປັນຕົ້ນ ການກຳນົດປະເພດຖານລາຍຮັບຂອງຫົວໜ່ວຍທຸລະກິດຕາມກົດໝາຍໄດ້ກຳນົດໄວ້ ຄືຫົວໜ່ວຍທີ່ມີລາຍຮັບປະຈຳປີ 50 ລ້ານລົງມາ, ລາຍຮັບປະ ຈຳປີ 50 ລ້ານ-400 ລ້ານກີບ/ປີ ເພື່ອຮັບປະກັນບໍ່ໃຫ້ເກີດຊ່ອງວ່າງການຈັດປະເພດຫົວໜ່ວຍທຸລະກິດທີ່ຖືກຍົກເວັ້ນ.

ຂະນະທີ່ຫົວໜ່ວຍຈຸນລະວິສະຫະກິດ ແລະ ຫົວໜ່ວຍທີ່ເຂົ້າລະບົບອາກອນມູນ່ຄາເພີ່ມຕ້ອງຖືບັນຊີໃຫ້ຖືກຕ້ອງ ແລະ ເປັນເຈົ້າການຄິດໄລ່, ແຈ້ງມອບ ແລະ ຊຳລະພັນທະອາກອນປະເພດຕ່າງໆເຂົ້າງົບປະມານຢ່າງຄົບຖ້ວນ, ເຂັ້ມງວດ, ທັນເວລາ ແລະ ໂປ່ງໃສໂດຍຕົນເອງ.

ທ່ານ ຄຳໄລ ປັນຍາຄູນ ຮອງເຈົ້າເມືອງໆລະມາມ ໄດ້ຮຽກຮ້ອງຜູ້ຮັບຜິດຊອບຫ້ອງການທີ່ມີລາຍຮັບ ຈົ່ງພ້ອມກັນເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນທີ່ກຳນົດໄວ້ ຫລື ເກີນແຜນ ແລະ ພ້ອມກັນປະຕິ ບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນໃຫ້ເປັນຮູບປະຖຳ ພ້ອມກັນຂຸດຄົ້ນລາຍຮັບ, ຄຸ້ໃຄອງລາຍຈ່າຍ ໃຫ້ບັນລຸຕາມແຜນທີ່ກຳນົດໄວ້.