ຫມູ່ໃຊ້ຂັບລົດໄປໃສ່ນໍ້າມັນ ແຕ່ຖືກເຈົ້າໜ້າທີ່ຈັບຕົວ

ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງ ໂພນໂຮງ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນວັນວັນທີ 7-8 ເມສາ 2022 ໄດ້ຮັບແຈ້ງເຫດວ່າ ມີຄົນຮ້າຍລັກລົດຮຸນໄດຍີ່ຫຍໍ້ H100 ສີຂາວ ໝາຍເລກທະບຽນ ກກ 0424 ວຽງຈັນ (ປ້າຍຟ້າ) ຂອງ ທ້າວ ວົງສີ ບ້ານ ແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ ພາຍຫລັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ໜ່ວຍສະເພາະກິິດ ຈຶ່ງເລັ່ງຕິດຕາມຫາຜູ້ກໍ່ເຫດ ມາຮອດວັນທີ 9 ເມສາ 2022 ພົບເຫັນລົດຮຸນໄດຄັນທີ່ຖືກລັກໄປນັ້ນ ເຂົ້າໃສ່ນ້ຳມັນຢູ່ປ້ຳນ້ຳມັນ ບ້ານ ຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ໄມ ອາຍຸ 25 ປີ ອາຊີບ ກຳມະກອນ ຢູ່ບ້ານ ທ່າເຮືອ ເມືອງວັງວຽງ ແຂວງວຽງຈັນ ຜູ້ຂັບລົດມາສຶບສວນ-ສອບສວນ.
ທ້າວ ໄມ ໄດ້ໃຫ້ການໃນເບື້ອງຕົ້ນວ່າ: ວັນທີ 8 ເມສາ 2022 ເວລາປະມານ 18:00 ໂມງ ໄດ້ມາຫາໝູ່ຊື່ທ້າວ ຕຸ້ຍ ອາຍຸ 35 ປີ ອາຊີບ ເຮັດນາ ຢູ່ບ້ານ ຫ້ວຍໝໍ້ ເມືອງວັງວຽງ ແຂວງວຽງຈັນ ຜູ້ກ່ຽວໄດ້ໄປນອນຢູ່ເຮືອນຂອງທ້າວຕຸ້ຍ ຈົນຮອດເວລາ 9:00 ໂມງເຊົ້າ ຂອງວັນທີ 9 ເມສາ 2022 ໄດ້ມີທ້າວ ໄມເລະ ຢູ່ບ້ານຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ມາຫາຢູ່ເຮືອນຂອງທ້າວ ຕຸ້ຍ ຈາກນັ້ນກໍ່ພາກັນໄປເສບຢາບ້າ ຜູ້ລະ 2 ເມັດ ແລ້ວທ້າວ ໄມເລະ ກໍ່ໄດ້ເອົາຢາບ້າໃຫ້ຜູ້ກ່ຽວຈຳວນ 8 ເມັດ ແລະ ທ້າວ ໄມເລະ ຂີ່ລົດອອກໄປໃສແມ່ນບໍ່ຮູ້ ຕໍ່ມາໄດ້ມີທ້າວ ອ໋ອດ ບໍ່ຮູ້ບ້ານ ຂີ່ລົດຈັກເວບຈີນ ສີຟ້າ ຂຶ້ນມາຫາຢູ່ເຮືອນທ້າວ ຕຸ້ຍ ແລ້ວບອກໃຫ້ຜູ້ກ່ຽວອອກໄປນຳເພື່ອເອົາລົດໃຫຍ່ໄປໃສ່ນ້ຳມັນໃຫ້ ຈາກນັ້ນຜູ້ກ່ຽວກໍ່ຂຶ້ນລົດຈັກໄປນຳທ້າວອ໋ອດ ມຸ້ງໜ້າໄປທາງວັດທ່າເຮືອ ບ່ອນມ້ຽນເຮືອລວມຂ້ອງບ້ານ ພໍໄປຮອດບ່ອນຈອດລົດໃຫຍ່ ທ້າວ ອ໋ອດ ເອົາເງີນໃຫ້ຜູ້ກ່ຽວ 200,000 ກີບ ໄປໃສ່ນ້ຳມັນລົດໃຫ້, ທ້າວ ອ໋ອດ ໄດ້ບອກຜູ້ກ່ຽວອີກວ່າ ຖ້າໃສ່ນ້ຳມັນລົດແລ້ວໃຫ້ຂັບໄປສົ່ງຢູ່ຂອບເຂດ ບ້ານ ສີວິໄລ ຈະຖ້າເອົາຢູ່ແຄມທາງ ແລ້ວຈະເອົາເງີນໃຫ້ອີກ. ຈາກນັ້ນ ຜູ້ກ່ຽວຈິ່ງໄດ້ຂີ່ລົດຮຸນໄດຄັນດັ່ງກ່າວ ອອກໄປໃສ່ນ້ຳມັນຢູ່ປ້ຳນ້ຳມັນ ຫ້ວຍປາມ້ອມ ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມລົດຮຸນໃດ H100 ຈຳນວນ 1 ຄັນ ແລະ ຢາບ້າຈຳນວນ 8 ເມັດ.
อาจเป็นรูปภาพของ 4 คน และ สถานที่ในร่ม
ປັດຈຸບັນ ທ້າວ ໄມເລະ ຢູ່ບ້ານຫ້ວຍປາມ້ອມ ເມືອງວັງວຽງ ແຂວງວຽງຈັນ ແລະ ທ້າວ ອ໋ອດ ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຜູ້ຮ່ວມລົງມືລັກລົດຄັນດັ່ງກ່າວຍັງເອົາຕົວຫຼົບໜີຢູ່ ແລະ ກອງບັນຊາການ ປກສ ເມືອງໂພນໂຮງ ກຳລັງຊອກຫາຕົວພວກກ່ຽວທັງ 2 ມາລົງໂທດຕາມລະບຽບກົດໝາຍ.