ເລຂາທິການໃຫຍ່ ຕ້ອນຮັບຜູ້ແທນຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະ ຫາຍ ຫງວຽນ ຈ້ອງ ເງ້ຍ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມໃນວັນທີ 25 ເມສາ ທີ່ຫ້ອງວ່າການສູນກາງພັກ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 24-27 ເມສາ.

ເລຂາທິການໃຫຍ່ພັກ ປປ ລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ຂອງຄະ ນະຜູ້ແທນດັ່ງກ່າວ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ການມາຢ້ຽມຢາມຄັ້ງນີ້ຢູ່ທ່າມກາງທີ່ສອງພັກ-ສອງລັດ ລາວ-ຫວຽດນາມ ກຽມຄວາມພ້ອມສະເຫລີມສະຫລອງປີສາມັກຄີມິດຕະພາບ ກໍຄືວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະ ຫວ່າງລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ຈະໝູນວຽນມາຮອດໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ.

ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ໄດ້ສະແດງຄວາມຂອບໃຈຕໍ່ ເລຂາທິ ການໃຫຍ່ ປະທານປະເທດ ທີ່ໄດ້ຕ້ອນຮັບຢ່າງອົບອຸ່ນທັງໄດ້ລາຍງານຫຍໍ້ຜົນການພົບປະ ແລະ ເຊັນສັນ ຍາຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບ ຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ໄລຍະປີ 2022-2026.

ໃນມື້ດຽວກັນ, ສະຫາຍ ຫງວຽນ ຈ້ອງ ເງ້ຍ ພ້ອມຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕື່ມອີກ.