ຣູດີເກີ ຕົກລົງຍ້າຍໄປ ຣິນ ມາດຣິດ ຮຽບຮ້ອຍແລ້ວ

ຟາບຣີຊີໂອ ໂຣມາໂນ ນັກຂ່າວຄົນດັງໄດ້ລາຍງານວ່າ ອັນໂຕນີໂອ ຣູດີເກີ ກອງຫລັງ ເຊລຊີ ຕອບຮັບຄຳທີ່ຈະຍ້າຍໄປຫລິ້ນໃຫ້ ຣິນ ມາດຣິດ ດ້ວຍສັນຍາ 4 ປີ ຮຽບຮ້ອຍແລ້ວ.
ອັນໂຕນີໂອ ຣູດີເກີ ກອງຫລັງຄົນເກ່ັງຂອງ ເຊລຊີ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ບັນລຸຂໍ້ຕົກລົງດ້ວຍວາຈາກັບ ຣິນ ມາດຣິດ ທີມດັງຂອງສະເປນ ຮຽບຮ້ອຍແລ້ວ ຕາມການລາຍງານຈາກ ຟາບຣີຊີໂອ ໂຣມາໂນ ນັກຂ່າວຊື່ດັງຂອງອີຕາລີ.
ໂຣມາໂນ ເປີດເຜີຍວ່າ : ຣູດີເກີ ເຊິ່ງພວມຈະຫມົດສັນຍາກັບ ເຊລຊີ ຫລັງຈົບລະດູການນີ້ ຕົກລົງທີ່ຈະຍ້າຍໄປຫລິ້ນໃຫ້ ຣິນ ມາດຣິດ ແບບບໍ່ມີຄ່າຕົວ ໂດຍຈະເຊັນສັນຍາຢູ່ໃນຖິ່ນ ຊານຕີອາໂກ ເບນາເບວ ເປັນເວລາ 4 ປີ ຫລັງ ຈົນເຖິງປີ 2026.
‘‘ ຣູດີເກີ ກັບ ຣິນ ມາດຣິດ ບັນລຸຂໍ້ຕົກລົງໃນສັນຍາ 4 ປີ ຈົນເຖິງເດືອນມິຖຸນາ ປີ 2026 ຕອນນີ້ ທຸກຢ່າງຂຶ້ນຢູ່ກັບການຕົກລົງເລື່ອງລາຍລະອຽດຂັ້ນສຸດທ້າຍກ່ອນຈະມີການເຊັນສັນຍາ ແລະ ຈະບໍ່ມີການປະກາດຢ່າງເປັນທາງການຈົນກວ່າຈະຈົບລະດູການ ເຖິງວ່າ ຣູດີເກີ ຈະເຊັນສັນຍາໃນເດືອນພຶດສະພາກໍຕາມ ’’ ໂຣມາໂນ ເປີດເຜີຍຜ່ານສື່ສັງຄົມອອນລາຍ.

