ແຊ໊ມ 10 ປີຊ້ອນ, ບາເຢິນ ມິວນິກ ສ້າງສະຖິຕິໃຫມ່ໃນຫ້າລີກໃຫຍ່ຢູຣົບ

ບາເຢິນ ມິວນິກ ປະກາດສັກດາຄວ້າແຊ໊ມ ບຸນເດສລີກາ ລະດູການ 2021/22 ໄປຄອບຄອງໄດ້ເປັນທີ່ຮຽບຮ້ອຍແລ້ວ ເມື່ອເປີດສະຫນາມ ອັລລີອານ ອາຣີນາ ຊະນະ ໂບຣຸສເຊຍ ດອດມຸນ ທີມຄູ່ແຄ້ນຕະຫລອດການ ລົງໄດ້ດ້ວຍຜົນປະຕູ 3-1 ຈາກການແຂ່ງຂັນໃນວັນເສົາທີ 23 ເມສາ.

ບາເຢິນ ມິວນິກ ປະສົບຄວາມສຳເລັດຮັກສາຖາດແຊ໊ມເອົາໄວ້ໄດ້ໃນເກມທີ 31 ຂອງລະດູການປິດເກມໄດ້ຮຽບຮ້ອຍ ໂດຍທີ່ຍັງເຫລືອໂປຣແກຣມໃຫ້ລົງແຂ່ງອີກສາມນັດ ເຊັ່ນດຽວກັບ ໂບຣຸສເຊຍ ດອດມຸນ ທີມຮອງຜູ້ນຳ.

ຂະນະດຽວກັນ ບາເຢິນ ມິວນິກຍັງສ້າງສະຖິຕິໃຫມ່ໄດ້ແຊ໊ມລີກ 10 ສະໄຫມຕິດຕໍ່ກັນເປັນທີມທຳອິດຂອງລີກເຢຍລະມັນນຳອີກ ເຊ່ັນດຽວກັບຫ້າລີກໃຫຍ່ຂອງຢູໂຣບ ເຊິ່ງບໍ່ເຄີຍມີທີມໃດຜູກຂາດຄວາມສຳເລັດໄດ້ຢ່າງຍາວນານ ແລະ ຕໍ່ເນື່ອງເທົ່ານີ້ມາກ່ອນ.

ທັງນີ້ ຢູເວນຕູສ ເຄີຍສ້າງຜົນງານຄວ້າແຊ໊ມ ເຊເຣຍອາ ໄດ້ 9 ປີ ຕິດຕໍ່ກັນ ກ່ອນເສຍແຊ໊ມລະດູການກ່ອນໃຫ້ກັບ ອິນເຕີ ມິລານ ພາດການຄວ້າແຊ໊ມຕິດຕໍ່ກັນ 10 ສະໄຫມ.

ຂະນະດຽວກັນ ຫາກຈະນັບສະເພາະສັດຕະວັດທີ 21 ບາເຢິນ ໄດ້ແຊ໊ມລີກໄປທັງຫມົດ 17 ຄັ້ງ ແລະ ເປັນຮອງແຊ໊ມອີກ 3 ຄັ້ງອີກ.