ເຈົ້າໜ້າທີ່ເລັ່ງນຳຄາຕະກອນກໍ່ເຫດຄາຕະກຳຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ມາດຳເນີນຄະດີ

ອີງຕາມບົດລາຍງານນາຍບ້ານ ໜອງສອງຫ້ອງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ວັນທີ 21 ເມສາ 2022 ຜ່ານມານີ້ວ່າ: ໃນເວລາປະມານ 19 ໂມງ, ຂອງວັນທີ 20/04/2022 ຢູ່ທ່າບັກ ຮ້ານອາຫານແຄມງື່ມຂອງທ່ານກົງຈັນໄດ້ມີ ທ້າວ ໜູວ່າງ, ອາຍຸ 42 ປີປະຊາຊົນບ້າດອນຫນູນ, ເມືອງ ໄຊທານີ ແລະ ທ້າວ ທອນ, (ບໍ່ຊາບອາຍຸ)ບ້ານ ໂພນງາມ 1, ເມືອງ ໄຊທານີ ເຊິ່ງເປັນໝູ່ຂອງທ້າວ ໜູວ່າງ, ມີຊາວຫນຸ່ມມົ້ງຄົນໄທບໍ່ຮູ້ຈັກຊື່ຈໍານວນ 3 ຄົນ ແລະ ຊາວໜຸ່ມຍິງ 2 ຄົນຊື່ ນາງ ເຕ້ຍລໍ່ ແລະ ນາງ ປ່າກູ້ລີຢູ່ບ້ານ ໜອງສອງຫ້ອງ, ກິນເບຍຢູ່ຮ້ານແຄມງື່ມ, ຫຼັງຈາກອອກຈາກຮ້ານມາຮອດທາງຢາງທ້າວ ໜູວ່າງຖືກຍິງ 1 ນັດທີ່ຫົວ ແລະ 3 ນັດທີ່ໜ້າເອິກ ແລະ ລໍາຕົວ, ເຮັດໃຫ້ເສຍຊີວິດທັນທີ, ສ່ວນຊາວໜຸ່ມມົ້ງຄົນໄທ 3 ຄົນນັ້ນໄດ້ຂັບຂີ່ລົດໜີທັນທີ.

ເວລາຕໍ່ມາການຈັດຕັ້ງບ້ານ ຫນອງສອງຫ້ອງ, ບ້ານທ່ານດິນແດງເໜືອ, ປກສ ກຸ່ມດົງບັງ, ປກສ ເມືອງໄຊທານີ , ປກສ ນະຄອນຫຼວງວຽງຈັນກໍໄດ້ລົງມາສົມທົບກວດກາສະຖານທີ່ເກີດເຫດ ແລະ ໄດ້ພິສູດຫຼັກຖານ ແລະ ມອບສົບຜູ້ເສຍຊີວິດໃຫ້ຍາດພີ່ນ້ອງເພື່ອທ ຳພິທີທາງສາສະໜາ .

ເຈົ້າໜ້າທີ່ໄດ້ເລັ່ງການສືບສວນ, ສອບສວນ ເພື່ອນຳຕົວຜູ້ກໍ່ເຫດມາດຳເນີນຄະດີໃຫ້ໄວ.