ນາຍົກລັດຖະມົນຕີ ເດີນທາງ ຮອດຍີ່ປຸ່ນແລ້ວ

ວັນທີ 22 ເມສາ 2022ນີ້ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ເດີນເຖິງ ແຂວງຄຸມາໂມໂຕະ, ປະເທດຍີ່ປຸ່ນ ເພື່ອຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີ-ປາຊີ ຟິກ ວ່າດ້ວຍນໍ້າ ຄັ້ງທີ 4 “The 4^thAsia-Pacific Water Summit (APWS)” ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ກິຊິດະ ຟຸມິໂອະ (H.E. Mr. KISHIDA Fumio) ນາຍົກລັດຖະມົນຕີ ແຫ່ງປະເທດຍີ່ປຸ່ນ.

ກອງປະຊຸມສຸດຍອດ ອາຊີ-ປາຊີຟິກ ວ່າດ້ວຍນໍ້າ ຄັ້ງທີ 4 ແມ່ນເວທີປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ລະ ຫວ່າງ ບັນດາປະເທດໃນພາກພື້ນອາຊີ-ປາຊິຟິກ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງພາກພື້ນໃຫ້ມີຄວາມຍືນຍົງໂດຍຜ່ານກົນໄກການຄຸ້ມຄອງນໍ້າ ໂດຍຈະດໍາເນີນໄປພາຍໃຕ້ຫົວຂໍ້ “ນໍ້າເພື່ອການພັດທະ ນາແບບຍືນຍົງ-ບົດຮຽນທີ່ດີ ແລະ ອະນາຄົດຕໍ່ໄປ” ແນໃສ່ຮ່ວມມືກັນເພື່ອຮັບມືກັບໄພພິ ບັດ ໂດຍສະເພາະຜົນກະທົບຂອງການແພ່ລະບາດຂອງພະຍາດໂຄວິດ-19, ການພື້ນຟູເສດຖະກິດຈາກການແພ່ລະບາດຂອງພະຍາດໂຄວິດ-19, ການນໍາໃຊ້ງົບປະມານ, ການບໍລິຫານປົກຄອງ ແລະ ການນໍາໃຊ້ເຕັກໂນໂລຊີວິທະຍາສາດ ເຂົ້າໃສ່ວຽກງານການຄຸ້ມຄອງນໍ້າ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທົດສະວັດສາກົນໃນການຈັດຕັ້ງປະຕິບັດວຽກງານນໍ້າ ເພື່ອການພັດທະນາແບບຍືນຍົງ ແລະ ວາລະ 2030.