ສາລະວັນ ມີຜູ້ເສບຢາເສບຕິດຫລາຍກວ່າ 6 ພັນຄົນ ພົບສະຖານທີ່ 1 ພັນກວ່າຈຸດອຳນວຍການມົ້ວສຸມ

ກອງປະຊຸມສະຫລຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລ ຍະທີ 1 ແຕ່ເດືອນກັນຍາ ຫາເດືອນທັນວາ 2021 ແລະ 3 ເດືອນຕົ້ນປີ 2022 ທີ່ຈັດຂຶ້ນໃນວັນທີ 21 ເມ ສາທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ຊີ້ໃຫ້ເຫັນວ່າ: ປີ 2021, ມີເປົ້າໝາຍພົວພັນກັບຢາເສບຕິດ 11 ພັນກວ່າຄົນ. ໃນນີ້, ມີຜູ້ເສບ 6 ພັນກວ່າຄົນ, ຄ້າຂາຍ 4 ພັນກວ່າຄົນ ໂດຍເປັນລາຍໃຫຍ່ 534 ຄົນ, ຍິງ 36 ຄົນ, ກາງ 964 ຄົນ, ຍິງ 164 ຄົນ ແລະ ລາຍຍ່ອຍ 3 ພັນກວ່າຄົນ, ຍິງ 124 ຄົນ. ຂະນະດຽວກັນກໍກວດພົບສະຖານທີ່ອຳນວຍຄວາມສະດວກໃຫ້ແກ່ການມົ້ວສຸມ 1 ພັນກວ່າຈຸດ.

อาจเป็นรูปภาพของ 1 คน และ สถานที่ในร่ม

ກອງປະຊຸມດັ່ງກ່າວ ເປີດເຜີຍໃຫ້ຮູ້ອີກວ່າ: ມາຮອດເດືອນມີນາ 2022, ເປົ້າໝາຍທີ່ພົວພັນກັບຢາເສບຕິດ ຫລຸດລົງເຫລືອ 5 ພັນກວ່າຄົນ. ໃນນີ້, ຜູ້ເສບ 5 ພັນກວ່າຄົນ, ຄ້າຂາຍ 704 ຄົນ (ຄ້າຂາຍລາຍໃຫຍ່ 40 ຄົນ, ກາງ 69 ຄົນ, ຍິງ 6 ຄົນ ແລະ ລາຍຍ່ອຍ 595 ຄົນ, ຍິງ 8 ຄົນ). ການຫລຸດລົງດັ່ງ ກ່າວເປັນຜົນມາຈາກເຮັດແທ້ເຮັດຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງລວມທັງການເປັນຫູເປັນຕາຂອງທົ່ວສັງຄົມ ໂດຍເຫັນໄດ້ແຕ່ເດືອນກັນຍາ 2021 ຫາ ເດືອນມີນາ 2022 ມ້າງຄະດີຢາເສບຕິດໄດ້ 114 ເລື່ອງ, ກັກຜູ້ຖືກຫາໄດ້ 167 ຄົນ, ຍິງ 11 ຄົນ, ຢຶດຢາບ້າໄດ້ 186.608 ເມັດ, ໂທລະສັບມືຖື 81 ໜ່ວຍ, ລົດຈັກ 28 ຄັນ, ລົດໃຫຍ່ 24 ຄັນ, ເງິນ 290 ລ້ານກວ່າກີບ. ຂະນະທີ່ 3 ເດືອນຕົ້ນປີ 2022 ມ້າງຄະດີໄດ້ 29 ເລື່ອງ, ກັກຜູ້ຖືກຫາໄດ້ 42 ຄົນ, ຍິງ 2 ຄົນ, ຢຶດຢາບ້າໄດ້ 89.845 ເມັດ, ຢາໄອ 10 ຖົງນ້ອຍ, ໂທລະສັບມືຖື 39 ໜ່ວຍ, ລົດໃຫຍ່ 6 ຄັນ, ລົດຈັກ 8 ຄັນ, ເງິນ 261 ລ້ານກວ່າກີບ.

อาจเป็นรูปภาพของ กลางแจ้ง