ວິມເບິລດັນ ສັ່ງຫ້າມນັກເທນນິສຈາກ ຣັສເຊຍ-ເບລາຣຸສ ລົງແຂ່ງຂັນ

ຝ່າຍຈັດການແຂ່ງຂັນເທັນນິສ ວິມເບິລດັນ ຈັດການສັ່ງຫ້າມນັກກິລາຣັສເຊຍ ແລະ ເບລາຣຸສແລ້ວ ອັນເປັນຜົນສືບເນື່ອງມາຈາກການຮຸກຮານເຄຣນຂອງກອງທັບຣັສເຊຍ.
ອອລ ອິງແລນ ລໍ ເທນນິສ ຄລັບ ອອກຄຳສັ່ງຫ້າມນັກກິລາຈາກຣັສເຊຍ ແລະ ເບລາຣຸສ ລົງຊີງໄຊໃນການແຂ່ງຂັນເທນນິສ ແກຣນສະແລມ ລາຍການ ວິມເບິລດັນ ປີ 2022 ແລະຈາກການແຂ່ງຂັນເທນນິສໃນສະຫນາມຫຍ້າທຸກລາຍການໃນປະເທດອັງກິດແລ້ວ ອັນເປັນຜົນສືບເນື່ງມາຈາກການຍົກທະຫານບຸກເຂົ້າຮຸກຮານປະເທດຢູເຄຣນຂອງກອງທັບຣັສເຊຍ.
ຈາການລົງໂທດຫ້າມດັ່ງກ່າວ ເຮັດໃຫ້ ເມດເວເດຟ ນັກເທນນິສມື 2 ຂອງໂລກຈາກຣັສເຊຍ ແລະ ອາຣີນາ ຊາລາເລນກາ ນັກເທັນນິສສາວມື 2 ຂອງໂລກ ລວມທັງນັກເທັນນິສຊື່ດັງຫລາຍຄົນເຊັ່ນ : ອັງເດຮ ຣູເບລຟ, ອະນາສະຕາເຊຍ ພາຟລິວເຊນໂຄວາ ແລະ ວິກຕໍເຣຍ ອາຊາເຣນກາ ຈະຫມົດສິດລົງສະແດງສີມືໃນສະຫນາມວິມເບິລດັນ ເຈິ່ງແຂ່ງຂັນລະຫວ່າງວັນທີ 27 ມິຖຸນາ ເຖິງ 10 ກໍລະກົດນີ້ແນ່ນອນແລ້ວ.
ການຖະແຫລງຂອງ ອອລ ອິງແລນ ລໍ ເທັນນິສ ຄລັບ ລະບຸວ່າ ‘‘ ພາຍໃຕ້ສະຖານະການການຮຸກຮານທາງການທະຫານຢ່າງບໍ່ມີເຫດຜົນ ແລະ ບໍ່ເຄີຍເກີດຂຶ້ນມາກ່ອນ ເຮົາຍອມຮັບບໍ່ໄດ້ທີ່ຈະປ່ອຍໃຫ້ຜູ້ມີອຳນາດໃນຣັສເຊຍໄດ້ຮັບຜົນປະໂຫຍດຈາການມີສ່ວນຮ່ວມຂອງນັກກິລາຣັສເຊຍ ແລະ ເບລາຣຸສ ດັ່ງນັ້ນເຮົາຈຶ່ງສັ່ງຫ້າມບໍ່ໃຫ້ນັກກິລາຈາກຣັສເຊຍ ແລະ ເບລາຣຸສ ລົງແຂ່ງຂັນໃນວິມເບິລດັນດ້ວຍຄວາມເສຍໃຈຢ່າງສຸດຊຶ້ງ ’’.

