ປັດຈຸບັນເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ມີຫົວໜ່ວຍທຸລະກິດທີ່ໄດ້ເຊັນສັນຍາ ເພື່ອເຂົ້າມາລົງທຶນທັງໝົດ 107 ບໍລິສັດ, ໃນນັ້ນ 52 ບໍລິສັດ ເລີ່ມທຳການຜະລິດແລ້ວ ແລະ 55 ບໍລິສັດແມ່ນກຳລັງກະກຽມເບື້ອງຕົ້ນ ແລະ ດຳເນີນການກໍ່ສ້າງ.
ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ເມື່ອວັນທີ 20 ເມສາ ນີ້, ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອານຸພາບ ຕຸນາລົມ ເລຂາຄະພັກນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ຂຽງຄຳ ພຸດຈັນທະວົງສາ ຮອງຜູ້ອຳນວຍການໃຫຍ່ ບໍລິສັດຮ່ວມທຶນລາວ-ຈີນ ຈຳກັດ ໄດ້ລາຍງານສະພາບລວມຂອງເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໂດຍຫຍໍ້ວ່າ: ເຂດພັດທະນາກວມລວມໄຊເຊດຖາ ແມ່ນໂຄງການຮ່ວມທຶນລະຫວ່າງອົງການປົກຄອງນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດລົງທຶນຕ່າງປະເທດແຂວງຢູນນານ ທີ່ຂຶ້ນກັບ ກຸ່ມບໍລິສັດ ກໍ່ສ້າງ ແລະ ລົງທຶນ ແຂວງຢູນນານ ຫຸ້ນສ່ວນຈໍາກັດ ຕາງໜ້າລັດຖະບານ ສປ ຈີນ, ເປັນເຂດທີ່ທັງສອງລັດຖະບານກໍານົດເປັນໂຄງການຮ່ວມມືລະດັບຊາດ, ເປັນໂຄງການທີ່ເປັນສັນຍາລັກມິດຕະພາບລະຫວ່າງສອງປະເທດ ລາວ-ຈີນ, ໄດ້ຮັບການເອົາໃຈໃສ່ ແລະ ໃຫ້ການສະໜັບສະໜູນຈາກລັດຖະບານສອງປະເທດ, ເປັນເຂດຮ່ວມມືເສດຖະກິດການຄ້າຕ່າງປະເທດຂອງ ສປ ຈີນ ແຫ່ງດຽວຢູ່ໃນລາວ, ຍັງເປັນເຂດເສດຖະກິດພິເສດຂອງ ສປປ ລາວ ຊຶ່ງຖືກຈັດເຂົ້າໃນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ກໍຍັງຈັດເອົາເຂດພັດທະນາກວມລວມໄຊເຊດຖາເປັນໂຄງການກໍ່ສ້າງທີ່ສໍາຄັນຂອງສອງລັດຖະບານ.
ທ່ານ ຂຽງຄຳ ພຸດຈັນທະວົງສາ ກ່າວອີກວ່າ: ການພັດທະນາເຂດ ໄດ້ຖືເອົາການປົກປັກຮັກສາສິ່ງແວດລ້ອມ ແລະ ເຂດຂຽວເປັນບັນຫາສໍາຄັນຕະຫຼອດມາ, ເຄົາລົບລະບຽບກົດໝາຍຂອງ ສປປ ລາວ, ເຄົາລົບນັບຖືຮີດຄອງປະເພນີຂອງລາວ, ເນັ້ນໜັກດ້ານການປົກປັກຮັກສາສິ່ງແວດລ້ອມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນເປັນອັນດັບໜຶ່ງ, ໂຄງການເຂດພັດທະນາກວມລວມໄຊເຊດຖາ ເປັນໂຄງການທີ່ສໍາຄັນຂອງສອງລັດຖະບານ ແລະ ເປັນໂຄງການໜຶ່ງທີ່ຖືເອົາການປົກປັກຮັກສາສິ່ງແວດລ້ອມ ແລະ ເຂດຂຽວເປັນຫຼັກ, ດັ່ງນັ້ນ ຕາງໜ້າລັດຖະບານສອງຝ່າຍ ກໍຄື ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງນິເວດ ແລະ ສິ່ງແວດລ້ອມ ແຫ່ງ ສປ ຈີນ ຈຶ່ງໄດ້ຮ່ວມກັນສ້າງຕັ້ງເຂດຕົວແບບການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເຊດຖາ.
ມາຮອດປັດຈຸບັນ, ເຂດພັດທະນາກວມລວມໄຊເຊດຖາໄດ້ສຳເລັດການພັດທະນາໄລຍະໜຶ່ງຄື: ສຳເລັດການກໍ່ສ້າງໂຄງລ່າງພື້ນຖານເປັນຕົ້ນຖະໜົນຫົນທາງ, ນໍ້າປະປາ, ໄຟຟ້າ, ການສື່ສານ, ຫ້ອງການພາສີ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ປັດຈຸບັນເຂດພັດທະນາກຳລັງສຸມໃສ່ກໍ່ສ້າງເຂດການຄ້າ-ການທ່ອງທ່ຽວ ແລະ ເຂດຕົວເມືອງໃໝ່ນະຄອນຫຼວງວຽງຈັນ ໄລຍະສອງເພື່ອເປັນການປັບປຸງສິ່ງອຳນວຍຄວາມສະດວກຂອງໂຄງລ່າງພື້ນຖານ, ມາຮອດປັດຈຸບັນເຂດພັດທະນາໄດ້ມີການລົງທຶນໄປແລ້ວທັງໝົດ 1,3 ຕື້ໂດລາ ໃນນັ້ນລົງທຶນໃນໂຄງລ່າງພື້ນຖານປະມານ 600 ລ້ານໂດລາ, ມູນຄ່າລົງທຶນຂອງວິສາຫະກິດທີ່ລົງທຶນຢູ່ໃນເຂດລົງທຶນປະມານ 700 ລ້ານໂດລາ, ປັດຈຸບັນມີຫົວໜ່ວຍວິສາຫະກິດທີ່ໄດ້ເຊັນສັນຍາ ເພື່ອເຂົ້າມາລົງທຶນທັງໝົດ 107 ບໍລິສັດ, ໃນນີ້ມີ 52 ບໍລິສັດທີ່ໄດ້ເລີ່ມທຳການຜະລິດແລ້ວ, ອີກ 55 ບໍລິສັດແມ່ນກຳລັງກະກຽມເບື້ອງຕົ້ນ ແລະ ກຳລັງດຳເນີນການກໍ່ສ້າງ ຊຶ່ງເປັນນັກລົງທຶນທີ່ມາຈາກ 7 ປະເທດ ແລະ ພື້ນທີ່ເຊັ່ນ: ຈີນ, ໄທ, ຍີ່ປຸ່ນ, ມາເລເຊຍ, ສິງກະໂປ, ລາວ ແລະ ສະຫະລັດອາເມຣິກາ.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບເຂດພັດທະນາກວມລວມໄຊເຊດຖາທີ່ສາມາດຈັດຕັ້ງປະຕິບັດສຳເລັດຫຼາຍໜ້າວຽກ ຊຶ່ງເຂດດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງມິດຕະພາບ ແລະ ສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງລາວ-ຈີນ, ທີ່ສຳຄັນແມ່ນສາມາດດຶງດູດຫຼາຍບໍລິສັດໃຫຍ່ໆຢູ່ຕ່າງປະເທດເຂົ້າມາລົງທຶນ ເພື່ອມາພັດທະນາໃນເຂດດັ່ງກ່າວ, ອີກທັງຍັງເປັນການພັດທະນາ ສປປ ລາວ ແລະ ເປັນບ່ອນສ້າງແຫຼ່ງລາຍຮັບໃຫ້ແກ່ນະຄອນຫຼວງວຽງຈັນກໍຄື ສປປ ລາວ, ພ້ອມທັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບສືບຕໍ່ປະຕິບັດບັນດາໂຄງການໄລຍະສອງຕໍ່ໄປເຮັດໃຫ້ເຂດດັ່ງກ່າວກາຍເປັນເມືອງຕົວແບບສູນການຄ້າ, ແຫຼ່ງທ່ອງທ່ຽວ ແລະ ອື່ນໆ, ສິ່ງສຳຄັນເຂດພັດທະນາກວມລວມໄຊເສດຖາ ຕ້ອງປະສານສົມທົບກັບຮາກຖານບ້ານເພື່ອຮ່ວມກັນປົກປັກຮັກສາສິ່ງແວດລ້ອມ ລວມທັງວຽກງານຄວາມເປັນລະບຽບຮຽບຮ້ອຍ ແລະ ວຽກງານປ້ອງກັນຄວາມສະຫງົບສຸກຂອງປະຊາຊົນ ແລະ ເຮັດແນວໃດເຮັດໃຫ້ເຂດດັ່ງກ່າວເກີດມີຜະລິດຕະພັນທີ່ຫຼາກຫຼາຍເພື່ອອອກຈຳໜ່າຍ.
ໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ພ້ອມຄະນະຍັງໄດ້ໄປຢ້ຽມຍາມບໍລິສັດເປີ້ຍເຕີເຄື່ອງນຸ່ງຫົ່ມ (ລາວ) ຈຳກັດ ແລະ ບໍລິສັດ ເປໂຕຣເຄມີລາວ ຈຳກັດ ທີ່ຕັ້ງຢູ່ໃນເຂດດັ່ງກ່າວອີກດ້ວຍ.
ຂໍ້ມູນ: ໜັງສືພິມ ປະຊາຊົນ