ເມືອງອະນຸວົງ ແຂວງໄຊສົມບູນ ມີພົມລະເມືອງທັງໝົດ 26.081 ຄົນ ມີ 3 ຊົນເຜົ່າ.

ວັນທີ 20 ເມສາ 2022 ນີ້ ທ່ານ ພົຕ ວົງສອນ ອິນປານພິມ, ຮອງເລຂາພັກແຂວງໄຊສົມບູນ ໄດ້ ລົງພົບປະໂອ້ລົມ ແລະ ເຮັດວຽກຢູ່ເມືອງອະນຸວົງ, ມີ ທ່ານ ຮືທໍ່ ເພຍລວງ , ເລຂາພັກເມືອງເຈົ້າເມືອງອະນຸວົງ, ມີຄະນະປະຈໍາ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ຮືທໍ່ ເພຍຫລວງ, ເລຂາພັກເມືອງ, ເຈົ້າເມືອງອະນຸວົງ, ລາຍງານໃຫ້ຮູ້ວ່າ: ເມືອງອະນຸວົງ ມີ 19 ບ້ານ, ມີ 4.135 ຫຼັງຄາ, ມີພົນລະເມືອງທັງໝົດ 26.081 ຄົນ, ມີ 3 ຊົນເຜົ່າ: ເຜົ່າລາວລຸ່ມ 6.115 ຄົນ, ເຜົ່າມົ້ງ 17,714ຄົນ, ເຜົ່າກືມມຸ 2.159 ຄົນ, ຕ່າງດ້າວ 93 ຄົນ, ຂອງພົນລະເມືອງທັງໝົດ.
ໄລຍະ 1 ປີ ຜ່ານມາ ຄະນະບໍລິຫານງານພັກເມືອງອະນຸວົງ ໄດ້ເອົາໃຈໃສ່ ຊີ້ນໍາ-ນໍາພາ ວຽກງານການເມືອງແນວຄິດ, ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ ແລະ ແກ່ໄຂບັນຫາຄວາມຫຍຸ້ງຍາກ, ວຽກງານວັດທະນະທໍາສັງຄົມ, ຂົງເຂດບໍລິຫານລັດ, ຄຸ້ມຄອງສັງຄົມ ແລະ ນິຕິບັນຍັດ, ຂົງເຂດພັກ-ພະນັກງານ, ອົງການຈັດຕັ້ງມາຫາຊົນ ແລະ ອົງການແນວລາວສ້າງຊາດ, ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວດີຂື້ນເທື່ອລະກ້າວ, ພ້ອມນັ້ນ, ເຂົ້າຮ່ວມ ໄດ້ພ້ອມກັນປະກອບຄໍາຄິດເຫັນເລກປ່ຽນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.
ທ່ານ ພົຕ ວົງສອນ ອິນປານພິມ ຮອງເລຂາພັກແຂວງ ຜູ່ຊີ້ນໍວຽກງານພັກພະນັກງານ, ໄດ້ມີຄໍາເຫັນໂອ້ລົມ ເພື່ອເປັນເຂັ້ມຊີ້ທິດເຍື່ອງທາງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງການນໍາເມືອງອະນຸວົງ ໃນໄລຍະ 1 ປີ ຜ່ານມາ ແລະ ທ່ານ ຍັງໄດ້ເນັ້ນໜັກ ມາຍັງ ການນໍາເມືອງອະນຸວົງ ແຕ່ລະຂັ້ນ ເອົາໃຈໃສ່ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການເຄື່ອໄຫວຽກງານຂອງກຸ່ມຄົນບໍ່ດີ, ສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກພະນັກງານ, ທະຫານ, ຕໍາຫລວດ, ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ເພີ່ມທະວີການນໍາພາ, ເພື່ອຮັບປະກັນທາງດ້ານສະຖຽນລະພາບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ສຸມໃສ່ແກ້ໄຂໜໍ່ແໜງຄວາມບໍ່ສະຫງົບ, ໃນແຕ່ລະບ້ານທີ່ເຄື່ອນໄຫວແນວທາງບໍ່ດີ, ສຸມໃສ່ພັດທະນາເສດຖະກິດ ແລະ ກໍ່ສ້າງພະນັກງານລັດຖະກອນໃຫ້ເໝາະສົມ ແລະ ທ່ວງທັນກັບໜ້າທີ່ໃນປັດຈຸບັນ ໃຫ້ໄດ້ທາງດ້ານຄຸນນະພາບ, ມີພະນັກງານທີ່ບໍ່ເລືອກວຽກງານ ມີຄຸນສົມບັດສິນທໍາປະຕິວັດ, ສາມາດເຮັດແທ້ທໍາຈິງ ຕາມການມອບໝາຍຂອງຂັ້ນເທິງ, ພ້ອມກັນເລັ່ງໃສ່ພັດທະນາຢ່າງຕັ້ງໜ້າ, ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໂດຍການສົ່ງເສີມການຜະລິດເປັນສິນຄ້າ ເປັນຕົ້ນການປູກ-ການລ້ຽງ ເພື່ອໃຫ້ພໍ່ແມ່ປະຊາຊົນມີຢູ່ມີກິນດີຂຶ້ນເທື່ອລະກ້າວ.

