ທະຫານແຂວງສະຫວັນນະເຂດ ມອບຢາບ້າ 2 ແສນເມັດ ທີ່ຢືດໄດ້ ໃຫ້ ປກສ ແຂວງ ຄຸ້ມຄອງຄະດີຕໍ່ໄປ

ໃນວັນທີ 11 ເມສາ 2022 ຜ່ານມາ, ເຈົ້າໜ້າທີ່ທະຫານຊາຍແດນ 326 ແຂວງສະຫວັນນະເຂດ ໄດ້ມອບຢາເສບຕິດປະເພດຢາບ້າ 100 ມັດ ຫຼື ເທົ່າກັບ 200.000 ເມັດໃຫ້ກອງບັນ ຊາການ ປກສ ແຂວງສະຫວັນນະເຂດ ເພື່ອເປັນຂອງກາງໃນການດຳເນີນຄະດີຕາມກົດ ໝາຍຕໍ່ໄປ. ສ່ວນເຈົ້າຂອງຢາເສບຕິດດັ່ງກ່າວ ຫຼົບໜີໄປໄດ້.
ຢາທີ່ຢຶດໄດ້ແມ່ນໄດ້ມອບໃຫ້ ປກສ ແຂວງສະຫວັນນະເຂດ ຄຸ້ມຄອງເພື່ອເປັນຂອງກາງຄະດີຕໍ່ໄປ

