ເທນ ຮາກ ພ້ອມປ່ອຍ ໂຣນັລໂດ ຈາກທີມ, ຖ້າຫາກໄດ້ເປັນຜູ້ຈັດການທີມຄົນໃຫມ່ຂອງແມນຢູ

ສື່ອັງກິດລາຍງານວ່າ ເອຣິກ ເທນ ຮາກ ພ້ອມປ່ອຍ ຄຣິສຕຽນໂນ ໂຣນັລໂດ ອອກຈາກທີມລະດູການນີ້ ຫາກໄດ້ເຂົ້າມາເປັນຜູ້ຈັດການທີມຄົນໃຫມ່ຂອງ ແມນເຊສເຕີ ຢູໄນເຕັດ.
ໂດຍສື່ດັງທຸກສຳນັກລາຍງານກົງກັນວ່າ ແມນເຊສເຕີ ຢູໄນເຕັດ ກຽມແຕ່ງຕັ້ງ ເອຣິກ ເທນ ຮາກ ຜູ້ຈັດການທີມຂອງ ອາແຈັກ ອຳເຕີດຳ ໃນການເຂົ້າມາເປັນຜູ້ຈັດການທີມຄົນໃຫມ່ໃນລະດູການຫນ້າ ພ້ອມສາມາດຕົກລົງກັນແບບປາກເປ່ົາໄດ້ແລ້ວ.
ນອກຈາກນີ້ມີລາຍງານເພີ່ມຕື່ມວ່າ ເທນ ຮາກ ຈະເຂົ້າມາຍົກເຄື່ອງແມນຢູໃຫມ່ທັງຫມົດ ໂດຍສະເພາະເລື່ອງຂຸມກຳລັງນັກເຕະທີ່ຈະມີການປ່ຽນແປງຄັ້ງໃຫຍ່.
ກ່ອນຫນ້ານີ້ມີການຕັ້ງຄຳຖາມເລື່ອງອະນາຄົດ ໂຣນັລໂດ ກັບ ແມນເຊສເຕີ ຢູໄນເຕັດ ວ່າຈະເປັນແບບໃດຕໍ່ຈາກນີ້ ຫາກວ່າ ເທນ ຮາກ ມາຄຸມທີມແທ້ ຫລັງມີລາຍງານວ່າລາວຢາກໄດ້ ເມົາຊິໂອ ໂປເຊັດຕີໂນ ຜູ້ຈັດການທີມ ປາຣີສ ແຊັງ ແຊັກແມັງ ມາເຮັດຫນ້າທີ່ດັ່ງກ່າວຫລາຍກວ່າ.
ຈົນຫລ້າສຸດ ເດລີ ສະຕາ ເປີດເຜີຍວ່າ ເທນ ຮາກ ພ້ອມປ່ອຍນັກເຕະອາຍຸ 37 ປີອອກຈາກສະໂມສອນໃນຕະຫລາດຫນ້າຮ້ອນນີ້ ເນື່ອງຈາກລາວບໍ່ໄດ້ເປັນສ່ນຫນຶ່ງຂອງແຜນການເຮັດທີມໄລຍະຍາວຂອງລາວ.
ທັງນີ້ ໂຣນັລໂດ ຫາກໍຍ້າຍມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ເປັນຄັ້ງທີສອງໃນລະດູນີ້ ເຊິ່ງກໍສະແດງຜົນງານໄດ້ຫນ້າພໍໃຈ ຫລັງຍິງໄປ 18 ປະຕູ ກັບ 3 ແອສຊິສ ຈາກການລົງສະຫນາມ 34 ນັດທຸກລາຍການ.

