ແຜ່ນດິນໄຫວຢູ່ຈີນມີຜູ້ເສຍຊີວິດແລ້ວ 13 ຄົນ ບາດເຈັບອີກ 164 ຄົນ

ເກີດແຜ່ນດິນໄຫວຮຸນແຮງຂະໜາດ 6,5 ທາງຕອນເໜືອໃນມົນທົນເສສວນຂອງຈີນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 13 ຄົນ ເຊິ່ງໃນຈຳນວນນີ້ເປັນນັກທ່ອງທ່ຽວທີ່ມາທ່ຽວອຸທະຍານແຫ່ງຊາດ ຈິວໄຈໂກ 6 ຄົນ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກ 164 ຄົນ.
ເຫດດັ່ງກ່າວເກີດຂຶ້ນໃນຕອນຄໍ່າຂອງວັນທີ 8 ສິງຫານີ້ ຢູ່ເຂດພູເຊິ່ງມີຄົນອາໄສຢູ່ໜ້ອຍ ໂດຍສຳນັກງານສຳຫລວດທໍລະນີວິທະຍາອາເມລິກາ (USGS) ລະບຸວ່າ: ສູນກາງແຜ່ນດິນໄຫວຢູ່ເລິກລົງໄປໃຕ້ດິນ 10 ກິໂລແມັດ ຫ່າງຈາກນະຄອນເສິງຕູ ເມືອງເອກຂອງມົນທົນເສສວນໄປທາງຕອນເໜືອປະມານ 300 ກິໂລແມັດ ເຊິ່ງໃກ້ກັບທີ່ຕັ້ງຂອງອຸທະຍານແຫ່ງຊາດຈິວໄຈໂກທີ່ມີຊື່ສຽງເປັນທີ່ນິຍົມຂອງນັກທ່ອງທ່ຽວ.
ທາງການມົນທົນເສສວນລາຍງານວ່າ: ເກີດເຫດດິນເຈື່ອນໃນເຂດອຸທະຍານດັ່ງກ່າວ ພາຍຫລັງເກີດແຜ່ນດິນໄຫວ ເຮັດໃຫ້ມີນັກທ່ອງທ່ຽວເສຍຊີວິດ 6 ຄົນ ແລະ ອີກປະມານ 100 ຄົນຍັງຕິດຢູ່ໃນບ່ອນເກີດເຫດ. ເຖິງຢ່າງໃດກໍຕາມ ສຳນັກຂ່າວຊິນຮົວຂອງທາງການຈີນລາຍງານວ່າ: ມີການອົບພະຍົບນັກທ່ອງທ່ຽວປະມານ 35.000 ຄົນອອກຈາກເຂດໄພພິບັດແລ້ວ.
ນອກຈາກນີ້ ຍັງມີລາຍງານເຫດຫ້ອງໂຖງທີ່ໃຊ້ຕ້ອນຮັບແຂກຂອງໂຮງແຮມແຫ່ງໜຶ່ງພັງລົງມາ ເຮັດໃຫ້ມີຄົນຕິດຢູ່ພາຍໃນຈຳນວນໜຶ່ງ, ແຕ່ເຈົ້າໜ້າທີ່ສາມາດອົບພະຍົບຄົນໃນໂຮງແຮມປະມານ 2.800 ຄົນອອກມາໄດ້ຢ່າງປອດໄພ.
ທາງການຄາດວ່າຈຳນວນຜູ້ເສຍຊີວິດ ແລະ ບາດເຈັບອາດຈະມີເພີ່ມຂຶ້ນອີກ ໂດຍສຳນັກຂ່າວ AFP ລາຍງານຄຳຖະແຫລງຂອງຄະນະກຳມະການຫລຸດໄພພິບັດແຫ່ງຊາດຂອງຈີນ ເຊິ່ງລະບຸວ່າ: ຈຳນວນຜູ້ເສຍຊີວິດຫລັງຈາກນີ້ອາດເພີ່ມສູງເຖິງ 100 ຄົນ ແລະ ມີລາຍງານເຮືອນ 130.000 ຫລັງໄດ້ຮັບຄວາມເສຍຫາຍ.
ສ່ວນປະທານປະເທດ ສີຈິ້ນຜິງ ໄດ້ສັ່ງໃຫ້ລະດົມກຳລັງເພື່ອຈັດການກູ້ໄພຢ່າງວ່ອງໄວ ແລະ ເຕັມສ່ວນ ໂດຍໄດ້ມີການລະດົມເຈົ້າໜ້າທີ່ມອດໄຟ ແລະ ເຈົ້າໜ້າທີ່ທະຫານຈຳນວນຫລາຍຈາກພື້ນທີ່ໃກ້ຄຽງເຂົ້າປະຕິບັດການໃຫ້ການຊ່ວຍເຫລືອໃນພື້ນທີ່ປະສົບໄພແລ້ວ.
ທັງນີ້, ມົນທົນເສສວນຂອງຈີນເປັນພື້ນທີ່ເຊິ່ງເກີດເຫດແຜ່ນດິນໄຫວເລື້ອຍ ໂດຍໃນປີ 2008 ໄດ້ເກີດເຫດແຜ່ນດິນໄຫວຄັ້ງໃຫຍ່ຈົນມີຜູ້ເສຍຊີວິດເຖິງ 70.000 ຄົນ.

