ບານເຕະຍັງຢູ່ໃນສາຍເລືອດ,​ ອັຟບຣາໂມວິດ ກຽມຍື່ນຊື້ຫຸ້ນສະໂມສອນ ບາເລນເຊຍ

ສຳນັກຂ່າວ ມິຣເຣີ ລາຍງານວ່າ ໂຣມັນ ອັພບຣາໂມວິດ ມະຫາເສດຖີຊາວຣັສເຊຍ ກຽມແຜນທີ່ຈະຊື້ສະໂມສອນບານເຕະບາເລນເຊຍ ທີມໃນ ລາ ລີກາ ສະເປນ ຫລັງຈາກທີ່ກ່ອນຫນ້ານີ້ລາວເຄີຍເປັນເຈົ້າຂອງ ເຊລຊີ ມາແລ້ວ.

ກ່ອນຫນ້າໜີ ໃນວັນທີ 10 ມີນາ ເກີດຂ່າວໃຫຍ່ຂອງວົງການບານເຕະອັງກິດ ຫລັງລັດຖະບານອັງກິດ ອອກມາດຕະການຄວຳ່ບາດ ໂຣມັນ ອັຟບຣາໂມວິດ ມະຫາເສດຖີເຈົ້າຂອງສະໂມສອນ ເຊລຊີ ເນື່ອງຈາກມີຄວາມໃກ້ຊິດກັບ ວະລາດີເມຍ ປູຕິນ ຜູ້ນຳຣັສເຊຍ ເຊິ່ງພາກອງທັບເປີດສາກໂຈມຕີຢູເຄຣນ.

ຈາກການຄວຳ່ບາດດັ່ງກ່າວເຮັດໃຫ້ມະຫາເສດຖີແຫ່ງ ຣັສເຊຍ ຈະຖືກຍຶດຊັບທັງຫມົດທີ່ມີຢູ່ໃນອັງກິດ ລວມເຖິງຫ້າມເຮັດທຸລະກິດໃດໆ ນັ້ນຫມາຍຄວາມວ່າ ການເຈລະຈາຂາຍທີມ ເຊລຊີ ຕ້ອງຖືກລະງັບໄປ.

ແຕ່ຫລ້າສຸດ ໂຄສົກຂອງ ບໍຣິສ ຈອນສັນ ນາຍົກລັດຖະມົນຕີຂອງອັງກິດ ເປີດເຜີຍວ່າ : ເຊລຊີ ຍັງສາມາດເຈລະຈາເລື່ອງການຂາຍສະໂມສອນໄດ້ ແຕ່ການຈະເດີນທາງຕໍ່ໄປນັ້ນຕ້ອງມີໃບອະນຸຍາດອີກ 1 ໃບ.

ຂະນະທີ່ຫລ້າສຸດ ມີການເປີດເຜີຍວ່າລາວກຽມຊື້ສະໂມສອນແຫ່ງໃຫມ່ ໂດຍມີເປົ້າຫມາຍຄື ບາເລນເຊຍ ສະໂມສອນດັງຂອງ ລາ ລີກາ ສະເປນ ແລະມີຂ່າວວ່າລາວກຽມຍື່ນຂໍ້ສະເຫມີຊື້ຫຸ້ນສະໂມສອນແຫ່ງນີ້ຢ່າງເປັນທາງການໃນເດືອນນີ້.

ໂດຍກ່ອນຫນ້ານີ້ ບາເລນເຊຍ ຖືເປັນທີມທີ່ອ່າວມີບັນຫາດ້ານການເງິນ ແລະ ເຮັດໃຫ້ພວກເຂົາກາຍເປັນທີມກາງຕາຕະລາງໃນໄລຍະຫລາຍປີຜ່ານມາ ຈາກທີ່ໃນອະດີດພວກເຂົາເຄີຍເປັນທີມຊັ້ນແນວຫນ້າ ແລະ ທີມມີໂອກາດໄດ້ແຊ໊ມຂອງລີກສະເປນມາໂດຍຕະຫລອດ.