ສາເຫດທີ່ພາໃຫ້ຫິວຕະຫຼອດເວລາ

ຫລາຍທ່ານອາດມີອາການຫິວຕະຫລອດ ແລະ ສົງໄສວ່າມັນເກີດຈາກຫຍັງ, ຂາດສານອາຫານຊະນິດໃດຫລືບໍ່ ຫລື ມີສາເຫດຈາກພຶດຕິກຳໃດ ລອງມາເບິ່ງນຳກັນເລີຍ.

  • ດື່ມນຳ້ໜ້ອຍເກີນໄປ : ຜົນການວິໄຈຫລາຍເທື່ອພົບວ່າ ການດື່ມນຳ້ກ່ອນກິນເຂົ້າຈະຊ່ວຍໃຫ້ອີ່ມທ້ອງດົນຂຶ້ນ, ຫາກດື່ມນຳ້ 375 – 500 ມິນລີລິດ ກ່ອນກິນເຂົ້າ 30 ນາທີ ຈະເຮັດໃຫ້ກິນອາຫານໜ້ອຍລົງເຖິງ 600 ກາລໍຣີ. ນອກຈາກນີ້, ການດື່ມນຳ້ໃຫ້ພຽງພໍຍັງຊ່ວຍໃຫ້ສຸຂະພາບຜິວດີ, ຜິວຊຸ່ມຊື່ນ, ລະບົບຂັບຖ່າຍເຮັດວຽກເປັນປົກກະຕິ.
  • ກິນໂປຣຕິນບໍ່ພໍ : ໂປຣຕິນເປັນສານອາຫານທີ່ຊ່ວຍໃຫ້ເຮົາອີ່ມດົນ ຫາກກິນໜ້ອຍເກີນໄປ ເຮົາຈະຫິວງ່າຍ. ຮູ້ຫລືບໍ່ວ່າການກິນໂປຣຕິນພຽງແຕ່ 25% ຂອງປະລິມານກາລໍຣີທີ່ຮ່າງກາຍຕ້ອງການຕໍ່ມື້ ຈະເຮັດໃຫ້ເຮົາກິນໜ້ອຍລົງເຖິງ 50% ແນະນຳໃຫ້ກິນອາຫານໂປຣຕິນຫລາຍທຸກມື້ ເຊັ່ນ : ຊີ້ນປາ, ຊີ້ນໄກ່, ໄຂ່, ໂຢເກິດ, ຖົ່ວ ແລະ ແກ່ນທັນຍາພືດ ເປັນຕົ້ນ.
  • ຂາດໄຂມັນດີ : ມີການວິໄຈພົບວ່າການກິນໄຂມັນດີເປັນການກະຕຸ້ນໃຫ້ເກີດການຫລັ່ງຂອງຮໍໂມນທີ່ເຮັດໃຫ້ເຮົາຮູ້ສຶກອີ່ມ ຖ້າກິນອາຫານທີ່ມີໄຂມັນດີໜ້ອຍອາດເຮັດໃຫ້ຫິວຕະຫລອດເວລາ ແລະ ໂດຍທຳມະຊາດ ໄຂມັນດີຈະຢູ່ໃນກະເພາະໄດ້ດົນກ່ວາ ຊ່ວຍໃຫ້ອີ່ມທ້ອງດົນ. ໄຂມັນດີໄດ້ຈາກການກິນປາທະເລ ເຊັ່ນ : ປາແຊວມັອນ, ປາແມັກເຄີເຣວ ແລະ ປາທູນ່າ. ນອກຈາກນີ້, ໄຂມັນດີກໍມີໃນຖົ່ວວອນນັດ,​ ໝາກອະໂວກາໂດ້, ຖົ່ວອາວມັອນ,​ ໄຂ່, ໂຢເກິດ ແລະ ນຳ້ມັນເພື່ອສຸຂະພາບ ຫລື ນຳ້ມັນຈາກພືດ.
  • ກິນຄາໂບໄຮເດຣດຫລາຍເກີນໄປ : ໂດຍສະເພາະຄາໂບໄຮເດຣດດ້ານດ່ຽວ ເຊັ່ນ : ເຂົ້າໜົມປັງຂາວ, ພາສຕ້າ, ເຂົ້າຈ້າວ ແລະ ນຳ້ອັດລົມ ທີ່ມີເສັ້ນໄຍອາຫານ, ວິຕາມິນ ແລະ ແຮ່ທາດໜ້ອຍ ເມື່ອກິນເຂົ້າໄປ ຮ່າງກາຍຈະຍ່ອຍ ແລະ ດູດຊຶມໄວ ເຮັດໃຫ້ຮູ້ສຶກຄືບໍ່ໄດ້ກິນຫຍັງ, ສະໝອງຈະສັ່ງໃຫ້ກິນອາຫານຫລາຍຂຶ້ນ ເຮົາຈຶ່ງຫິວຕະຫລອດເວລາ ແລະ ກິນຫລາຍຂຶ້ນກ່ວາເກົ່າ ແນະນຳວ່າໃຫ້ປ່ຽນມາກິນຄາໂບໄຮເດຣດທີ່ມີເສັ້ນໄຍອາຫານຫລາຍ ເຊັ່ນ : ຜັກ, ໝາກໄມ້, ພືດຕະກູນຖົ່ວ ແລະ ແກ່ນທັນຍາພືດຕ່າງໆທີ່ບໍ່ຜ່ານຂະບວນການຜັດສີ ເຊັ່ນ : ເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າເບລ ໂດຍກິນໃນປະລິມານທີ່ພໍດີພໍງາມ ບໍ່ກິນຫລາຍຈົນເກີນໄປ.
  • ການກິນ ຫລື ການຫຍຳ້ອາຫານທີ່ໄວເກີນໄປ : ສົ່ງຜົນໃຫ້ຮ່າງກາຍຍັງບໍ່ທັນຮັບຮູ້ວ່າມີອາການເຂົ້າມາແລ້ວ ເຮັດໃຫ້ກິນຫລາຍກ່ວາປົກກະຕິ ເພາະກິນໝົດແລ້ວຍັງບໍ່ອີ່ມ ຈຶ່ງຕ້ອງກິນຕື່ມອີກ. ດັ່ງນັ້ນ, ຄວນໃຫ້ເວລາໃນການກິນອາຫານຢ່າງໜ້ອຍ 15 ນາທີ ແລະ ເລີ່ມຫຍຳ້ອາຫານໃຫ້ແຫລກດີ ຈະຊ່ວຍໃຫ້ເຮົາກິນໜ້ອຍລົງ, ອີ່ມທ້ອງດົນຂຶ້ນ ແລະ ບໍ່ຫິວງ່າຍ.
  • ອອກກຳລັງກາຍໜັກເກີນໄປ : ເຖິງວ່າການອອກກຳລັງກາຍຈະຊ່ວຍເຜົາຜານພະລັງງານ, ແຕ່ການອອກກຳລັງກາຍທີ່ໜັກ ຫລື ຫັກໂຫມເກີນໄປ ຈະກະຕຸ້ນໃຫ້ເກີດຄວາມຢາກອາຫານໄດ້ຫລາຍກ່ວາປົກກະຕິ ແນະນຳໃຫ້ອອກກຳລັງກາຍແຕ່ພໍດີ,​ ເລືອກຊະນິດຂອງການອອກກຳລັງກາຍໃຫ້ເໝາະສົມກັບເພດ ແລະ ໄວຂອງຕົນເອງຈະດີກ່ວາ.