ວີດິກ ແນະນຳແມນຢູພັກແມັກໄກວ ໃນເກມໃຫຍ່ຫຼັງຟອມຕົກຈົນເສຍຄວາມໝັ້ນໃຈ

ເນມາຢາ ວິດິກ ແນະນຳ ແມນ ຢູໄນເຕັດ ດຣັອບ ແມັກໄກວ ອອກຈາກເກມໃຫຍ່ໃຫ້ຫຼິ້ນກັບຄູ່ແຂ່ງທີ່ນ້ອຍກວ່າກ່ອນ ເພື່ອຮຽກຄວາມໝັ້ນໃຈຫຼັງຈາກຟອມຕົກລົງຢ່າງຫນັກ
ແຮ່ຣີ່ ແມັກໄກວ ກອງຫຼັງຂອງ ແມນ ຢູໄນເຕັດ ກໍາລັງຊ່ວງເວລາທີ່ຫຍຸ້ງຍາກໃນການຫຼີ້ນອາຊີບ. ຫຼັງຈາກທີ່ຕົກເປັນເປົ້າໝາຍວິພາກວິຈານຂອງແຟນບານຕົນເອງ ແລະ ທີມຄູ່ແຂ່ງທົ່ວສາລະທິດ ຈາກຄວາມຜິດພາດທີ່ເກີດຂຶ້ນເລື້ອຍໆໃນສະຫນາມ
ກັບຕັນຂອງ “ຜີສາດແດງ” ລະດູການນີ້ ລົງຫຼິ້ນ 33 ນັດໃນທຸກລາຍການ ແຕ່ກໍສະແດງຄວາມຜິດພາດໃນການປ້ອງກັນແຜງຫຼັງຢູ່ເລື້ອຍໆຈົນເຮັດໃຫ້ທີມເສຍປະຕູຫຼາຍຄັ້ງ. ໃນພຣີເມຍລີກລະດູການນີ້ ທີມຖືກຍິງໄປແລ້ວ 42 ປະຕູ ໂດຍສະເພາະເກມທີ່ຖືກ ລີເວີພູລ ຖະຫຼົ່ມ 5-0 ແລະ ແມນເຊັສເຕີ ຊິຕີ້ ຄູ່ປັບຮ່ວມເມືອງແມນເຊັສເຕີ 4-1 ຈົນແຟນບານເສຍຄວາມເຊື່ອໝັ້ນ
ທາງດ້ານ ເນມາຢາ ວິດິກ ອະດີດກອງຫຼັງຂວັນໃຈຂອງ “ຜີສາດແດງ” ທີ່ເຄີຍພາຕົ້ນສັງກັດຄວ້າແຊ້ມ ພຣີເມຍລີກ 5 ສະໄໝ ເມື່ອປີ 2006-2013 ເປີດເຜີຍຜ່ານສື່ວ່າ ມີໂອກາດຕິດຕາມການຫຼິ້ນຂອງ ແມັກໄກວ ເປັນໄລຍະໆ ແລະ ຄິດວ່າຜູ້ຈັດທີມຢ່າງ ຣັງນິກ ຄວນປົດລາວອອກຈາກຕໍາແຫນ່ງຕົວຈິງໃນເກມໃຫຍ່ແລ້ວສົ່ງລົງຫຼິ້ນກັບທີມຄິດວ່າບໍ່ມີຄວາມຫຍຸ້ງຍາກຫຼາຍ. ເພື່ອໃຫ້ຜູ້ຫຼິ້ນໄດ້ຮຽກຄວາມຫມັ້ນໃຈກັບຄືນມາ
ວິດິກ ສະແດງຄວາມເຫັນວ່າ “ນັກເຕະທຸກຄົນບາງຄັ້ງກໍ່ມີບັນຫາກັບການລົງແຂ່ງອາຊີບ ຂ້ອຍກໍ່ເຄີຍເປັນ ແລະຊັດເຈນວ່າ ແມັກໄກວ ບໍ່ໄດ້ຢູ່ໃນຟອມທີ່ດີທີ່ສຸດໃນລະດູການນີ້
“ຂ້ອຍຄິດວ່າເຈົ້າຄວນຈະເຮັດບາງສິ່ງບາງຢ່າງ ແລະ ຫນຶ່ງໃນນັ້ນຄືບໍ່ຈໍາເປັນຕ້ອງລົງສະໜາມທຸກເກມ.ເພື່ອໃຫ້ຄົ້ນຫາຟອມ ແລະ ຄວາມໝັ້ນໃຈ, ຄູຝຶກຄວນສົ່ງເຂົາ (ແມັກໄກວ) ລົງຫຼິ້ນໃນເກມທີ່ງ່າຍ, ເຖິງແມ່ນວ່າໃນ ພຣີເມຍລີກ ຈະມີເກມແບບນີ້ບໍ່ຄ່ອຍຫຼາຍ ແລະ ບໍ່ຕ້ອງໃຫ້ເຂົາຫຼີ້ນໃນເກມໃຫຍ່.”
