ຢູຟາອະນຸມັດໃຊ້ກົດ ການເງິນຮູບແບບໃຫມ່ສະໂມສອນໃຊ້ເງິນໄດ້ບໍ່ເກີນ 70% ຂອງລາຍຮັບ

ຢູຟາອະນຸມັດໃຊ້ກົດການເງິນສະໂມສອນແບບໃຫມ່ ໂດຍແຕ່ລະທີມຈະສາມາດຈ່າຍຄ່າຈ້າງນັກເຕະ, ຄ່າຊື້ນັກເຕະ ແລະ ຄ່າສ່ວນໄດ້ຂອງໂຕແທນ ເປັນຈຳນວນ 70% ຂອງລາຍຮັບ.

ສະຫະພັນບານເຕະຢູໂຣບ (EUFA) ອະນຸມັດກົດ້ານຄວາມຫມັ້ນຄົງທາງການເງິນ ຮູບແບບໃຫມ່ ເພື່ອບັງຄັບໃຊ້ແທນລະບົບຄວາມຍຸດຕິທຳການເງິນເກ່ົາ ໂດຍປະເດັນຫລັກຢູ່ທີ່ແຕ່ລະສະໂມສອນສາມາດໃຊ້ຈ່າຍຄ່າຈ້າງນັກເຕະ, ຄ່າຊື້ນັກເຕະ ແລະ ຄ່າສ່ວນໄດ້ຂອງໂຕແທນ ເປັນຈຳນວນ 70% ຂອງລາຍຮັບ.

ຂະນະທີ່ຍອດຂາຍທຶນຂອງສະໂມສອນໃນຮອບ 3 ປີ ຢູຟາ ຂະຫຍາຍວົງກວ້າງຈາກເກ່ົາທີ່ຍອມໃຫ້ເກີດຂຶ້ນໄດ້ 30 ລ້ານຢູໂຣ ກາຍເປັນ 60 ລ້ານຢູໂຣ ເຊິ່ງກົດການເງິນໃຫມ່ນີ້ຈະເລີ່ມບັງຄັບໃຊ້ຕັ້ງແຕ່ເດືອນມິຖຸນານີ້ເປັນຕົ້ນໄປ ແລະ ແຕ່ລະສະໂມສອນມີເວລາ 3 ປີ ໃນການປັບຕົວໃຫ້ສອດຄ່ອງກັບກົດ.

ໂດຍໄລຍະປັບຕົວນັ້ນ ໃນລະດູການ 2023-24 ແຕ່ລະສະໂມສອນໃຊ້ເງິນໄດ້ 90% ຂອງລາຍຮັບ ຈາກນັ້ນລະດູການ 2024-25 ຫລຸດເຫລືອ 80% ຈຶ່ງຈະເປັນ 70% ຢ່າງເຕັມຕົວ ທັງນີ້ຄາດວ່າບົດລົງໂທດຕໍ່ການເຮັດຜິດກົດຈະຫນັກວ່າເກ່ົາ ອາດມີທັງການປັບປັບເງິນ, ຫັກຄະແນນໃນລີກ, ປັບຕົກຊັ້ນ ຫລື ຫ້າມບໍ່ໃຫ້ຫຍຸ້ງກ່ຽວກັບລາຍການແຂ່ງຂັນຂອງຢູໂຣບ.

‘‘ ປະທານຢູຟາ ອາເລັກຊານເດີນ ເຊເຟຣິນ ກ່າວວ່າ : ວິວັດທະນາການຂອງວົງການບານເຕະ ບວກກັບຜົນກະທົບຈາກວິກິດພະຍາດລະບາດ ເຮັດໃຫ້ຈຳເປັນຕ້ອງປະຕິຮູບຕະຫລາດຊື້ຂາຍ ແລະ ລະບຽບດ້ານຄວາມຍືນຍົງທາງດ້ານການເງິນໃຫມ່ ’’.