ລວຍໄດ້ແທ້ ພຽງແຕ່ມີ 10 ຂໍ້ນີ້

ຈາກ ແຈັກ ໝ່າ ຜູ້ກໍ່ຕັ້ງບໍລິສັດ E-Commerce ດັ່ງ Alibaba.
- ຢາກໄດ້ມັນແທ້ໆຕ້ອງລົງມືເຮັດ ບໍ່ແມ່ນມີແຕ່ເວົ້າໄປແຕ່ລະມື້.
- ຢ່າຮີບຮ້ອນກັບຜົນຕອບແທນ ຄວາມສຳເລັດບໍ່ໄດ້ມາຈາກ 1 ເທື່ອທີ່ເຮັດດີທີ່ສຸດ, ແຕ່ມາຈາກ 1 ໃນ 100 ເທື່ອທີ່ເຮັດດີທີ່ສຸດ.
- ຢ່າເສຍຄວາມເປັນໂຕເອງ, ຢ່າພະຍາຍາມເອົາໃຈທຸກຄົນ ຫລື ພະຍາຍາມເຮັດໃຫ້ທຸກຄົນຍອມຮັບ ຈົນສູນເສຍຄວາມເປັນໂຕເອງໄປ, ແຕ່ໃຫ້ເຮັດຕາມສັນຊາດຕະຍານຂອງຕົນເອງ.
- ຢ່າລືມອະນາຄົດ, ຢ່າຈົມຢູ່ກັບວຽກເກົ່າໆຈົນລືມອະນາຄົດທີ່ດີກ່ວານີ້, ລອງວາງແຜນອະນາຄົດຂອງໂຕເຮົາເອງ ວ່າຈະພັດທະນາໄປໄດ້ແນວໃດແດ່.
- ຢ່າຍອມຈຳນົນ, ຫ້າມຍອມຮັບສິ່ງທີ່ພົບໃນທຸກໆມື້ ແລະ ບໍ່ພັດທະນາ ຫລື ປັບປ່ຽນຫຍັງເລີຍ ໃຊ້ຊີວິດແບບເກົ່າໆ.
- ຢ່າຟັງຄົນອື່ນຫລາຍກ່ວາຕົນເອງ ສິ່ງທີ່ຂີ້ຮ້າຍທີ່ສຸດໃນການທຳລາຍດ້ານດີຂອງຕົນເອງກໍຄື ການຟັງຄຳເວົ້າລົບໆຈາກຄົນອື່ນ ແລ້ວທ່ານກໍເຊື່ອວ່າມັນເປັນແບບນັ້ນແທ້ໆ.
- ຢ່າກຽດຄ້ານ, ເຮົາຕ້ອງຄິດເຖິງອະນາຄົດສະເໝີວ່າ ເຮົາຍອມທີ່ຈະເຮັດວຽກໜັກໃນຕອນນີ້ ເພື່ອທີ່ອີກຊ່ວງຊີວິດທີ່ເຫລືອ ເຮົາຈະບໍ່ຕ້ອງເຮັດວຽກອີກຕໍ່ໄປ.
- ຢ່າຢ້ານຄວາມລົ້ມເຫລວ, ຫລາຍຄົນມັກມີຄວາມຄິດທີ່ວ່າ ການທີ່ເຮົາເຮັດຫຍັງແລ້ວມັນລົ້ມເຫລວ ແມ່ນ ເສຍເວລາ, ແຕ່ບໍ່ເຄີຍຄິດວ່າ ການທີ່ບໍ່ໄດ້ເຮັດຫຍັງເລີຍຕ່າງຫາກທີ່ມັນເສຍເວລາ.
- ຢ່າມີຂໍ້ອ້າງ, ຄົນເຮົາສ່ວນຫລາຍມັກຫາຂໍ້ອ້າງໃຫ້ຕົນເອງ ເພື່ອທີ່ຈະບໍ່ເຮັດ, ແຕ່ບໍ່ເຄີຍຫາຫົນທາງເພື່ອໃຫ້ຕົນເອງປະສົບຄວາມສຳເລັດ.
- ຢ່າປິດຕົນເອງ, ການເຂົ້າສັງຄົມ ແລະ ຂໍຄຳແນະນຳຈາກຄົນທີ່ປະສົບຄວາມສຳເລັດໄປແລ້ວ ຈະເຮັດໃຫ້ເຮົາໄປເຖິງເປົ້າໝາຍໄດ້ງ່າຍກ່ວາ ແລະ ໄວກ່ວາການທີ່ເຮົາລອງເຮັດຫຍັງຄົນດຽວ.

