ລຽມ ເດວີ ສ້າງສະຖິຕິຄວ້າໄຊໃນສະນຸກເກີຊີງແຊ໊ມໂລກດ້ວຍອາຍຸຫນ້ອຍທີ່ສຸດ

 

 

ລຽມ ເດວີ ນັກສະນຸກເກີ ອາຍຸ 15 ປີ ສ້າງສະຖິຕິເປັນນັກສະນຸກເກີທີ່ອາຍຸຫນ້ອຍ ທີ່ຄວ້າໄຊໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກ.

ໂດຍ ເດວີ ລົງແຂ່ງຂັນໃນຮອບຄັດເລືອກ ຮອບທຳອິດການແຂ່ງຂັນສະນຸກເກີແຊ໊ມໂລກກັບ ອາຣອນ ຮິລ ຈາກໄອແລນ ແລະ ມື 88 ຂອງໂລກ ເມື່ອວັນທີ 4 ເມສາ.

ຜົນປາກົດວ່າ ເດວີ ຕາມຫລັງໄປກ່ອນ 2-4 ເຟຣມ ແຕ່ກັບມາແຊງຊະນະ 6-4 ເຟຣມ ແລະ ຈາກໄຊຊະນະດັ່ງກ່າວເຮັດໃຫ້ນັກສະນຸກເກີຈາກເວລສ ສ້າງສະຖິຕິເປັນນັກສະຸນຸກເກີທີ່ອາຍຸຫນ້ອຍທີ່ສຸດທີ່ຄວ້າໄຊໃນການແຂ່ງຂັນສະນຸກເກີຊີງແຊ໊ມໂລກດ້ວຍອາຍຸ 15 ປີ 277 ວັນ ເຊິ່ງຫນ້ອຍກວ່າ ເບນ ເມີເທນ ນັກສະນຸກເກີຈາກເບລຢ້ຽມ ແລະ ເຈົ້າຂອງສະຖິຕິເກ່ົາພຽງ 2 ມື້.

ທັງນີ້ ເດວີ ຜ່ານເຂົ້າສູ່ຮອບສອງໂດຍຈະໄປພົບກັບ ເຟີກັລ ໂອ ໄບຣອັນ ນັກສະນຸກເກີຈາກໄອແລນ ແລະ ມື 73 ຂອງໂລກຕໍ່ໄປ.