ຜົນສຳເລັດການຮ່ວມມື ລະຫວ່າງ ແຂວງເຊກອງ ແລະແຂວງ ກວາງນາມ(ໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 )

ການສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ນອກຈາກເປັນການເລົ່າຄືນມູນເຊື້ອການພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດລະຫວ່າງ 2 ປະເທດທີ່ເປັນປັດໄຈສຳຄັນຕັດສິນໃຫ້ແກ່ໄຊຊະນະຂອງການປະຕິວັດໃນພາລະກິດຕໍ່ສູ້ປົດປ່ອຍຊາດກໍຄືການສ້າງສາພັດທະນາ ຂອງສອງປະເທດແລ້ວ ຍັງເປັນການສຶກສາອົບຮົມພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນໂດຍສະເພາະຄົນຮຸ່ນໜຸ່ມໃຫ້ເຂົ້າໃຈເລິກເຊິ່ງ, ໜັກແໜ້ນ ແລະ ສືບຕໍ່ປົກປັກຮັກສາເສີມຂະຫຍາຍໄວ້ໃຫ້ໝັ້ນຄົງຍາວນານ.
ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ ກ່າວວ່າ: ແຂວງຂອງຕົນກັບແຂວງແຂກສ່ຽວ ກວາງນາມ ໄດ້ພົວພັນຮ່ວມມືກັນຢ່າງເຂັ້ມແຂງ ແລະ ປະສົບຜົນສຳເລັດຫລາຍດ້ານ ເປັນຕົ້ນ ດ້ານການເມືອງ, ການຕ່າງປະເທດ: ໄດ້ເອົາໃຈໃສ່ຮ່ວມມື ແລະ ປະສານສົມທົບກັນຢ່າງແໜ້ນແຟ້ນ ໂດຍສະເພາະການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນບົດບັນທຶກກອງປະຊຸມລະຫວ່າງຄະນະຜູ້ແທນຂັ້ນສູງສອງແຂວງແຕ່ລະໄລຍະ ຊຶ່ງປັດຈຸບັນຢູ່ໃນໄລຍະຈັດຕັ້ງປະຕິບັດ ແລະຜັນຂະຫຍາຍບົດບັນທຶກປະຈຳປີ 2019. ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:ໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະແຂວງ, ຮ່ວມມືການພັດທະນາເຂດຊາຍແດນຮອບດ້ານ; ຊຸກຍູ້ຮ່ວມມືປົກປັກຮັກສາເຂດຊາຍແດນ, ສະກັດກັ້ນທຸກການເຄື່ອນໄຫວທີ່ຜິດຕໍ່ຂໍ້ກຳນົດລະບຽບຊາຍແດນ. ການຮ່ວມມືດ້ານເສດຖະກິດ ເປັນຕົ້ນການລົງທຶນ: ປີ 2017-2019 ແຂວງກວາງນາມໄດ້ຊ່ວຍແຂວງເຊກອງສ້າງເຮືອນພັກ, ບ່ອນເຮັດວຽກພະນັກງານ, ປ້ອມກວດກາຢູ່ດ່ານດາກຕະອອກ; ກອງບັນຊາການທະຫານເມືອງດາກຈຶງ 1 ຫຼັງ ແລະອຸປະກອນຮັບໃຊ້ຫ້ອງການລວມມູນຄ່າ 8,5 ຕື້ດົ້ງ; ກໍ່ ສ້າງກອງບັນຊາການທະຫານເມືອງທ່າແຕງມູນຄ່າ 8,5 ຕື້ດົ້ງ; ກໍ່ສ້າງໂຮງຮຽນອະນຸບານ ບ້ານເພຍໃໝ່ ເມືອງລະມາມ ມູນຄ່າ 700 ລ້ານກວ່າກີບ; ກໍ່ສ້າງກໍາແພງ, ປະຕູໂຂງໂຮງຮຽນອະນຸບານເມືອງທ່າແຕງ ມູນຄ່າ 856 ລ້ານກີບ; ກໍ່ສ້າງເຮືອນພັກນັກຮຽນຢູ່ບໍລິເວນຊາຍແດນ ເມືອງດາກຈຶງ ມູນຄ່າ 1,4 ຕື້ກີບ…ການຄ້າ: ປີ 2021 ສອງແຂວງໄດ້ເປີດຄູ່ດ່ານສາກົນ (ດາກຕະອອກ-ນາມຢາງ) ຊຶ່ງເປັນທ່າ ແຮ່ສຳຄັນສຳລັບການຄ້າ-ຂາຍ, ສົ່ງອອກ-ນຳເຂົ້າສິນຄ້າໄດ້ສະດວກ. ດ້ານຄົມມະນາຄົມ-ຂົນສົ່ງ: ໄດ້ພັດທະນາຍົກລະດັບເສັ້ນທາງເພື່ອເຊື່ອມຈອດສາມາດໄປ-ມາໄດ້ຢ່າງສະດວກ ໂດຍແຂວງເຊກອງໄດ້ລົງທຶນກໍ່ສ້າງເສັ້ນທາງ 16B ແຕ່ເທສະບານແຂວງ-ດ່ານດາກຕະອອກ ແລະ ເຊື່ອມຕໍ່ກັບເສັ້ນທາງແຫ່ງຊາດເລກທີ 14D ແຂວງກວາງນາມ. ດ້ານວັດທະນະທຳ-ສັງຄົມ: ໄດ້ແລກປ່ຽນສິລະປະວັນນະຄະດີ, ກິລາກາຍະກຳ, ການໄປມາຫາສູ່ຂອງປະຊາຊົນ ໂດຍສະເພາະປະຊາຊົນຢູ່ເຂດລຽບບໍລິເວນຊາຍແດນ, ປີ 2018-2019 ແຂວງກວາງນາມ ໄດ້ສົ່ງພະນັກງານສາທາລະນະສຸກ, ແພດອາສາສະໝັກ ມາເຄຶື່ອນໄຫວກວດພະຍາດ, ຜ່າຕັດຕາ, ແຈກຢາຍຢາ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນແຂວງເຊກອງ; ສັກວັກຊິນປ້ອງກັນພະຍາດໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍອາຍຸແຕ່ 45 ປີລົງມາຢູ່ບໍລິເວນຊາຍແດນຂອງແຂວງ 2.058 ຄົນ, ກວດພະ ຍາດ, ປິ່ນປົວປະຊາຊົນບໍລິເວນຊາຍແດນຂອງແຂວງຢູ່ບັນດາສຸກສາລາຂອງແຂວງກວາງນາມໂດຍບໍ່ເສຍຄ່າ. ການສຶກສາ, ພັດທະນາຊັບພະຍາກອນມະນຸດ ແລະບຳລຸງສ້າງວິຊາຊີບ: ແຕ່ປີ 2016-2021 ນັກສຶກສາແຂວງເຊກອງໄປຮຽນຢູ່ວິທະຍາໄລ, ມະຫາວິທະຍາໄລ ແຂວງກວາງນາມ 221 ຄົນ ໃນນີ້ແຂວງກວາງນາມ ຊ່ວຍເຫຼືອ 100% ປີລະ 25 ຄົນ.
ຮອງເຈົ້າແຂວງໆເຊກອງ ກ່າວຕື່ມວ່າ: ສຳລັບກິດຈະກຳສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ຈະຈັດຕັ້ງການພົບປະໃນຫົວຂໍ້ “ສາຍພົວພັນພິເສດລາວ-ຫວຽດນາມໃນສະພາບການເຊື່ອມໂຍງ -ເຊື່ອມຈອດກັບພາກພື້ນ ແລະສາກົນ”, ເພີ່ມທະວີການໂຄສະນາເຜີຍແຜ່ຜ່ານສື່ຕ່າງໆໃນແຂວງ, ເມືອງ ແລະ ບ້ານ, ຈັດກອງປະຊຸມພົບປະແລກປ່ຽນການດຳເນີນທຸລະກິດແນໃສ່ສົ່ງເສີມດຶງດູດການລົງທຶນ, ການຮ່ວມມືພັດທະນາເສດຖະກິດ ແລະຫົວໜ່ວຍບັນດາທຸລະກິດລາວ-ຫວຽດນາມຢູ່ແຂວງ, ຈັດຕັ້ງການແລກປ່ຽນສິລະປະວັນນະຄະດີ, ກິລາກາຍະກຳລາວ-ຫວຽດ, ຈັດຕັ້ງການພົບປະມິດຕະພາບຢູ່ແຂວງ, ອວຍພອນວັນປົດປ່ອຍທົ່ວປະເທດຊາດຫວຽດນາມ 30 ເມສາ; ວັນຊາດຫວຽດນາມຄົບຮອຍ 77 ປີ (2/9/1945-2/9/2022); ວັນເກີດປະທານ ໂຮ່ຈິມິງ ຄົບຮອບ 132 ປີ (19/5/1890-19/5/2022), ຮ່ວມກິດຈະກຳຕ່າງໆທີ່ສູນກາງຊີ້ນຳ ແລະຈັດຂຶ້ນຕາມການເຊື້ອເຊີນ ແລະ ກຽມດຳເນີນກອງປະຊຸມສະຫຼຸບຕີລາຄາການພົວພັນຮ່ວມມື ແລະການພົບປະຄະນະຜູ້ແທນຂັ້ນສູງລະຫວ່າງແຂວງເຊກອງກັບແຂວງກວາງນາມ, ແຂວງເທື່ອທຽນເຫວ້, ແຂວງກອນຕູມ ແລະ ນະຄອນດາໜັງ.
1. ຕະຫລອດ 45 ປີ,ປະເທດເຮົາຂະຫຍາຍຕົວກ້າວໜ້າ ແລະ ພົ້ນເດັ່ນແນວໃດ ?
ຕະຫລອດໄລຍະ 45 ປີ,ປະເທດຂອງພວກເຮົາໄດ້ຂະຫຍາຍຕົວກ້າວໜ້າ ພົ້ນເດັ່ນຫລາຍດ້ານ ເປັນຕົ້ນ :
1.1 ພື້ນຖານໂຄງລ່າງທາງດ້ານເສດຖະກິດໄດ້ຮັບການພັດທະນາແບບກ້າວກະໂດດເປັນຕົ້ນ :
ກ່ອນອື່ນຢາກເວົ້າໃຫ້ເຫັນສະພາບຄວາມເປັນຈິງຂອງປະເທດລາວເຮົາໄລຍະບໍ່ທັນໄດ້ຮັບການປົດປ່ອຍ ຫລື ໄລຍະປົດປ່ອຍໃໝ່ ປີ 1975 .
ລະບົບພຶື້ນຖານໂຄງລ່າງດ້ານເສດຖະກິດ ແມ່ນຫລ້າຫລັງທີ່ສຸດ ເປັນຕົ້ນ :
– ລະບົບເສັ້ນທາງຄົມມະນາຄົມແຕ່ເໜືອເຖີງໃຕ້,ຕາເວັນຕົກ-ຕາເວັນອອກ ມີພຽງແຕ່ເສັ້ນທາງດິນແດງ,ທາງປູຢາງຈຳນວນນ້ອຍນຶ່ງ ທີ່ເກົ່າແກ່ ຊຸດໂຊມທີ່ສຸດ ໄປມາຫາສູ່ກັນສຸດແສນລຳບາກ ຫລາຍເຂດ,ຫລາຍບ່ອນບໍ່ມີເສັ້ນ ທາງໄປຮອດ ໄປເຖີງ.
– ຢູ່ບັນດາແຂວງຈຳນວນນຶ່ງກໍມີພຽງແຕ່ເສັ້ນທາງດິນແດງ ແລະ ທາງປູຢາງຈຳນວນນຶ່ງທີ່ຊຸດໂຊມ
– ບໍ່ມີຂົວຂ້າມນຳ້ຂອງ
– ຄອບຄົວປະຊາຊົນຊົມໃຊ້ໄຟຟ້າໃນທົ່ວປະເທດມີພຽງ 3,3%
– ລະບົບນໍ້າປະປາກໍມີພຽງແຕ່ຢູ່ບັນດາເທດສະບານແຂວງໃຫຍ່ຈຳນວນນ້ອຍນຶ່ງເທົ່ານັ້ນ
– ລະບົບໄປສະນີ ໂທລະຄົມມະນາຄົມ ຍັງແບບປະຖົມປະຖານ ມີຢູ່ບັນດາແຂວງໃຫຍ່ 3- 4 ແຂວງ ສ່ວນແຂວງອື່ນໆບໍ່ທັນມີເທື່ອ.
ສຳລັບວຽກງານພົວພັນຕ່າງປະເທດ ປະເທດລາວກ່ອນປີ 1975 ມີສາຍພົວພັນການທູດພຽງແຕ່ 44 ປະເທດ ໃນຖານະເປັນເມືອງຂຶ້ນຂອງຕ່າງຊາດ ບົດບາດຕໍ່ຕ່າງປະເທດເກືອບໍ່ມີເລີຍ ຄົນຕ່າງປະເທດເກືອບ100 % ບໍ່ຮູ້ວ່າປະເທດລາວຢູ່ໃສ.
ສຳລັບແຂວງເຊກອງພວກຂ້າພະເຈົ້າກໍເປັນສ່ວນໜຶ່ງຂອງແຂວງສາລະວັນ ເທດສະບານແຂວງໃນປະຈຸບັນ ແລະ ບັນດາເມືອງ ເປັນປ່າດົງຕຶບໜາ ມີພຽງບ້ານເຮືອນປະຊາຊົນຈຳນວນນ້ອຍນຶ່ງ ທີ່ຕັ້ງຫ່າງກັນຫລາຍສິບກິໂລແມັດ ລຽບຕາມແຄມນໍ້າເຊກອງ ສະພາບຊີວິດການເປັນຢູ່ຂອງ ປະຊາຊົນຍັງທຸກຍາກຫລາຍ.
1.2 ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ນັບແຕ່ ປີ 1975 ມາເຖີງປະຈຸບັນພາຍໃຕ້ການນຳພາຂອງ ພັກປະຊາຊົນປະຕິວັດລາວ ປະເທດລາວ ໄດ້ຮັບການ ພັດທະນາແບບກ້າວກະໂດດ ເປັນຕົ້ນ :
– ເສັ້ນທາງຄົມມະນາຄົມແຕ່ເໜືອເຖີງໃຕ້ ຕາເວັນອອກ-ຕາເວັນຕົກໄດ້ຮັບການກໍ່ສ້າງສຳເລັດ ເປັນທາງປູຢາງສອງຊັ້ນ ບາງເສັ້ນເປັນທາງອັດສະຟານ ມີຂົວເບຕົງມາດຕະຖານສາກົນ ສາມາດທຽວໄດ້ຕະຫລອດປີ.
– ມີຂົວຂ້າມນໍ້າຂອງ 6 ແຫ່ງ ຂົວມິດຕະພາບ ລາວ-ໄທ 5 ແຫ່ງ
– ປະຊາຊົນມີໄຟຟ້າໄຊ້ແລ້ວກວມ 95 %
– ມີລະບົບນໍ້າປະປາສະອາດໄດ້ຊົມໃຊ້ທຸກແຂວງ ແລະ ທຸກເມືອງໃນຂອບເຂດທົ່ວປະເທດ
– ລະບົບໂທລະຄົມມະນາຄົມໄດ້ຫັນເປັນທັນສະໃໝ 3 ຈີ 4 ຈີ ທຸກເມືອງໃນຂອບເຂດທົ່ວປະເທດ
– ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.664 ໂດລາ ສະຫະລັດຕໍ່ຄົນຕໍ່ປີ
ວຽກງານພົວພັນການຕ່າງປະເທດ ແລະ ການຈັດຕັ້ງສາກົນ
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍປີ 1975 ຈົນມາຮອດປີ 2020 ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນປະຕິວັດລາວປະເທດລາວໄດ້ມີສາຍພົວພັນການທູດ 143 ປະເທດ,ເປັນສະມາຊິກອົງການຈັດຕັ້ງພາກພື້ນ ແລະ ສາກົນ 59 ອົງການ,ເຮັດໃຫ້ ສປປລາວ ມີບົດບາດສູງເດັ່ນຂຶ້ນໃນພາກພື້ນ ແລະ ເວທີສາກົນ,ສາມາດເປັນເຈົ້າພາບກິລາຊີເກມ ຂອງບັນດາປະເທດອາຊຽນແລະ ສາມາດເປັນເຈົ້າພາບຈັດກອງປະຊຸມສຸດຍອດລະດັບອາຊຽນ ແລະ ລະດັບສາກົນໄດ້ຢ່າງສະຫງ່າຜ່າເຜີຍ.
ສຳລັບແຂວງເຊກອງກໍໄດ້ຮັບການພັດທະນາແບບກ້າວກະໂດດເຊັ່ນກັນໂດຍສະເພາະຈາກທີ່ເປັນສ່ວນນຶ່ງຂອງແຂວງສາລະວັນ ເປັນປ່າ,ເປັນດົງ ປະຊາຊົນຍັງທຸກຍາກຫລາຍ ກໍໄດ້ແຍກອອກເປັນແຂວງເຊກອງໃນປີ 1984 ;ອົງຄະນະພັກ ແລະ ອົງການປົກຄອງແຂວງ ໄດ້ເອົາໃຈໃສ່ຍາດແຍ່ງທຶນຮອນຈາກລັດຖະບານ ເພື່ອພັດ ທະນາແຂວງຂອງຕົນໃຫ້ກ້າວຂຶ້ນ,ໄດ້ສຸມທຶນຮອນເປັນຈຳ ນວນຫລວງຫລາຍເຂົ້າໃສ່ພັດທະນາແຂວງເຊກອງ ຈົນກາຍເປັນຕົວເມືອງທີ່ມີການພັດທະນາໃກ້ຄຽງກັບບັນດາແຂວງອ້ອມຂ້າງ
– ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.728 ໂດລາ ສະຫະລັດຕໍ່ຄົນຕໍ່ປີ
– ອັດຕາສ່ວນຄອບຄົວທຸກຍາກໄດ້ຫລຸດລົງຍັງເຫລືອຕຳ່ກ່ວາ 10% ໃນປີ 2020 ຕາມມາດຕະຖານເກົ່າ

