ສິງກະໂປ-ມາເລເຊຍ ກັບມາເປີດຊາຍແດນທາງບົກ ຫວັງແກ້ໄຂບັນຫາຂາດເຂີນແຮງງານ

ວັນທີ 4 ເມສາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທ່ານ ຫລີຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ແລະ ທ່ານ ອິສມາອິລ ຊາບຣີ ຢາຄອບ ນາຍົກລັດຖະມົນຕີມາເລເຊຍ ໄດ້ອອກຖະແຫລງຮ່ວມໃນວັນທີ 24 ມີນາ ລະບຸວ່າ: ທັງສອງປະເທດມີມະຕິກັບມາເປີດຊາຍແດນທາງບົກສຳລັບນັກເດີນທາງທີ່ສັກວັກຊີນປ້ອງກັນພະຍາດຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ (ໂຄວິດ-19) ຄົບໂດສ ໂດຍບໍ່ຈຳເປັນຕ້ອງສະແດງຜົນກວດພະຍາດໂຄວິດ-19 ຫລື ກັກຕົວ ເລີ່ມແຕ່ວັນທີ 1 ເມສາເປັນຕົ້ນມາ.
ຊາຍແດນທາງບົກລະຫວ່າງສິງກະໂປ ແລະ ມາເລເຊຍຖືເປັນໜຶ່ງໃນຊາຍແດນທາງບົກທີ່ມີຄົນສັນຈອນໜາແໜ້ນທີ່ສຸດຂອງໂລກ ໂດຍຮອງຮັບນັກເດີນທາງຊ່ວງກ່ອນເກີດພະຍາດລະບາດໃຫຍ່ສະເລ່ຍຫລາຍກວ່າ 400.000 ຄົນຕໍ່ວັນ. ໜັງສືພິມທ້ອງຖິ່ນສິງກະໂປລາຍງານວ່າ: ຊາຍແດນທາງບົກດັ່ງກ່າວຮອງຮັບນັກເດີນທາງປະມານ 33.700 ຄົນ ໃນໄລຍະ 17 ຊົ່ວໂມງທຳອິດຂອງການບັງຄັບໃຊ້ມາດຕະການໃໝ່ ເຊິ່ງສ່ວນຫລາຍມຸ້ງໜ້າໄປມາເລເຊຍ.
ກະຊວງແຮງງານສິງກະໂປເຜີຍວ່າ: ສິງກະໂປຜະເຊີນບັນຫາຂາດເຂີນແຮງງານນັບແຕ່ເກີດພະຍາດລະບາດໃຫຍ່ ເຮັດໃຫ້ຈຳນວນຕຳແໜ່ງວຽກວ່າງໃນສິງກະໂປເພີ່ມຂຶ້ນສູງເປັນປະຫວັດສາດເຖິງ 114.000 ອັດຕາໃນເດືອນທັນວາ 2021 ເພີ່ມຂຶ້ນຫລາຍກວ່າທົບເຄິ່ງຈາກປີກ່ອນໜ້າ ເຊິ່ງມີ 53.000 ຕຳແໜ່ງ.
ທ່ານ ຕັນ ຊີ ເລັງ ລັດຖະມົນຕີກະຊວງແຮງງານສິງກະໂປຊີ້ວ່າ: ບັນຫາຂາດເຂີນແຮງງານມີທ່າອ່ຽງຫລຸດຜ່ອນໃນໄລຍະມໍ່ໆນີ້ ເນື່ອງຈາກມາດຕະການເປີດຊາຍແດນທີ່ເຮັດໃຫ້ແຮງງານຕ່າງປະເທດສາມາດເດີນທາງເຂົ້າສິງກະໂປໄດ້ເພີ່ມຂຶ້ນ.
ທ່ານ ວໍເຕີ ເຕເຊຍຣາ ຮອງສາສະດາຈານຈາກມະຫາວິທະຍາໄລສັງຄົມສາດສິງກະໂປ (SUSS) ກ່າວວ່າ: ຜົນໄດ້ຮັບສຳຄັນທີ່ສຸດຂອງການເປີດຊາຍແດນຄັ້ງນີ້ ຄືການບັນເທົາຂໍ້ຈຳກັດດ້ານກຳລັງຄົນ ເນື່ອງຈາກມີທ່າອ່ຽງວ່າແຮງງານຊາວມາເລເຊຍຈຳນວນຫລາຍຈະເດີນທາງເຂົ້າມາເຮັດວຽກໃນສິງກະໂປທຸກວັນ. ອີກທັງຫົວໜ້າຊາວສິງກະໂປຈະສາມາດຈ້າງແຮງງານຊາວມາເລເຊຍໄດ້ງ່າຍຂຶ້ນ. ພ້ອມກ່າວອີກວ່າ: ຂະແໜງບໍລິການຂອງສິງກະໂປສ່ວນຫລາຍຈຳເປັນຕ້ອງອາໄສຊາວມາເລເຊຍ.
ເຖິງຢ່າງໃດກໍດີ, ເຖິງວ່າຫລາຍຄົນຮູ້ສຶກຍິນດີຕໍ່ການກັບມາເປີດຊາຍແດນ, ແຕ່ອີກຫລາຍຄົນພັດກັງວົນວ່າ: ສະຖານະການການແພ່ລະບາດຂອງພະຍາດໂຄວິດ-19 ຈະຮ້າຍແຮງອີກ ເຊິ່ງສຳລັບບັນຫານີ້, ທ່ານ ຫລີຊຽນລຸງ ກ່າວວ່າ: ສິງກະໂປຈະຍັງຮັກສາມາດຕະການປ້ອງກັນພະຍາດໂຄວິດ-19 ຕໍ່ໄປ ແລະ ປະຊາຊົນຄວນກຽມພ້ອມຮັບມືຖ້າສະຖານະການພິກປີ້ນໃນອະນາຄົດ ໂດຍສິງກະໂປອາດກັບມາບັງຄັບໃຊ້ຂໍ້ຈຳກັດອີກ ຖ້າເກີດເຊື້ອໄວຣັສຊະນິດກາຍພັນສາຍພັນໃໝ່ໆທີ່ຮ້າຍແຮງ ແລະ ອັນຕະລາຍຂຶ້ນມາ.
