ແຟນບານຫວຽດນາມ ຕໍ່ແຖວຊື້ປີ້ເບິ່ງ ກວງ ໄຮ ນັດສົ່ງທ້າຍໃນວີລີກ

ການແຂ່ງຂັນບານເຕະວີລີກ 2022 ຄູ່ຕົກຄ້າງ ລະຫວ່າງ ຫວຽດເທລ ເອຟຊີ ພົບ ຮານອຍ ເອຟຊີ ໃນວັນທີ 4 ເມສາຜ່ານມາ ຫງວຽນ ກວງ ໄຮ ກອງກາງທີມຊາດຫວຽດນາມຂອງທີມ ຮານອຍ ເອຟຊີ ຈະລົງຫລິ້ນເປັນເກມສຸດທ້າຍ ກ່ອນຈະຫມົດສັນຍາໃນວັນທີ 12 ເມສານີ້ ເຊິ່ງກ່ອນຫນ້ານີ້ນັກເຕະອາຍຸ 25 ປີມີຂ່າວລືກັບທີມໃນຢູໂຣ ເຊັ່ນ : ເອຟຊີ ບາເຊີລ ສະໂມສອນ ສະໂມສອນດັງໃນລີກສະວິດເຊີແລນ, ນ໊ອງ ທີມໃນປະເທດຝຣັ່ງ ລວມເຖິງ ຣິກາ ເອຟຊີ ຍອດທີມຈາກລີກສູງສຸດລັດເວຍ.

ຫລ້າສຸດແຟນບານຊາວຫວຽດນາມຫລາຍພັນຄົນ ເຂົ້າຕໍ່ຄິວຊື້ປີ້ເພື່ອຊົມການລົງສະຫນາມຄັ້ງສຸດທ້າຍຂອງ ຊຸບເປີສະຕາ ຫວຽດນາມ ທີ່ຈະລົງຫລິ້ນໃນສະຫນາມນັດສຸດທ້າຍໃນສີເສື້ອຂອງ ຮານອຍ ເອຟຊີ ໂດຍຕາມລາຍງານການຂາຍປີ້ເຂົ້າຊົມເກມນີ້ ເກີດຄວາມວຸ້ນວາຍເປັນເວລາກວ່າ 10 ນາທີ ກ່ອນຕຳຫລວດຈະເຂົ້າມາຄວບຄຸມ ແລະ ຕັກເຕືອນ ສ່ວນລາຄາປີ້ໃນເກມນີ້ ມີລາຄາຢູ່ທີ່ 31.000 ກີບ – 58.500 ກີບ ເຊິ່ງຝ່າຍຈັດການແຂ່ງຂັນອຸນຍາດໃຫ້ເຂົ້າຊົມໄດ້ປະມານ 5,000 ຄົນເທົ່ານັ້ນ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃນສະຖານະການປັດຈຸບັນທີ່ແຟນບານບໍ່ຈຳເປັນຕ້ອງນຳໃບຮັບຮອງຜົນການກວດໂຄວິດ-19 ມາສະແດງ.

ສ່ວນ ຫງວຽນ ກວງ ໄຮ ດາວຍິງຂອງ ເອຟຊີ ໄດ້ກ່າວກ່ອນເກມນີ້ວ່າ : ‘‘ ນີ້ແມ່ນນັດສຸດທາຍຂອງຂ້ອຍກ່ອນທີ່ຈະແຍກທາງກັບ ຮານອຍ ເອຟຊີ ດັ່ງນັ້ນ ບາງເທື່ອຂ້ອຍຈະສະແດງຄວາມຮູ້ສຶກທີ່ແທ້ຈິງທັງຫມົດຂອງຂ້ອຍ ຂ້ອຍຕ້ອງສະແດງຈິດວິນຍານ ແລະ ທັດສະນະຄະຕິຂອງຂ້ອຍ ຂ້ອຍຈະທຸ່ມເທທັງຫມົດເພື່ອສະໂມສອນ ’’.