ຢາກເຫັນລູກໄດ້ດີ ພໍ່ແມ່ຕ້ອງສອນລູກແບບຄົນທຸກ

ແນ່ນອນວ່າພໍ່ແມ່ຫລາຍທ່ານເຄີຍຜ່ານຄວາມຍາກລຳບາກມາຢູ່ບໍ່ໜ້ອຍກ່ວາຈະມີມື້ນີ້, ຄົນເຄີຍລຳບາກມາກ່ອນຈະພະຍາຍາມລ້ຽງລູກໃຫ້ສະບາຍທີ່ສຸດ, ຢາກໄດ້ຫຍັງກໍຕ້ອງໄດ້, ຕ້ອງມີຫລາຍກ່ວາໝູ່ໄວດຽວກັນ, ໝູ່ມີກະເປົ໋າໃໝ່ ຕ້ອງມີໃໝ່ກ່ວາໝູ່, ຢາກກິນຫຍັງກໍຕ້ອງໄດ້ກິນ, ລ້ຽງລູກແບບເທວະດາ ດ້ວຍຄວາມຄິດຜິດໆທີ່ວ່າ ບໍ່ຢາກໃຫ້ລູກລຳບາກຄືກັບຕອນເຮົາຍັງເປັນເດັກນ້ອຍ ເມື່ອທ່ານລ້ຽງລູກແບບໄຂ່ໃນຫີນແບບນີ້ ລູກຂອງທ່ານເອງທີ່ຈະເປັນຄົນທຸກໃຈຫລາຍທີ່ສຸດ ຈົນຕອນນີ້ມີພະຍາດໃໝ່ເກີດຂຶ້ນໃນສັງຄົມ ກໍຄື ພະຍາດບໍ່ຮູ້ຈັກຄວາມລຳບາກ ເຊິ່ງເປັນພະຍາດໃໝ່ທີ່ເກີດຂຶ້ນກັບເດັກໃນຍຸກປັດຈຸບັນ ໂດຍເກີດຈາກພໍ່ແມ່ໄດ້ສ້າງພູມຕ້ານທານໃຫ້ລູກຕັ້ງແຕ່ຍັງນ້ອຍໆ ບໍ່ໄດ້ໃຫ້ລູກອອກໄປພະເຊີນໂລກຂອງຄວາມຈິງທີ່ວ່າ ໃນຊີວິດຄົນເຮົາຈະຮັ່ງມີ ຫລື ທຸກຈົນ ທຸກຄົນລ້ວນແຕ່ຕ້ອງພົບກັບຄວາມລຳບາກທັງໝົດ ບໍ່ມີດອກຄົນທີ່ສະບາຍໄປຕະຫລອດຊີວິດ, ພໍ່ແມ່ບາງຄົນບໍ່ກ້າໃຊ້ລູກ, ບໍ່ກ້າໃຫ້ລູກເຮັດຫຍັງດ້ວຍຕົນເອງ, ມີໜ້າທີ່ຮຽນໜັງສືເທົ່ານັ້ນ, ແຕ່ໃນຄວາມເປັນຈິງແລ້ວ ໃນສັງຄົມປັດຈຸບັນຮຽນເກັ່ງຢ່າງດຽວມັນບໍ່ພຽງພໍໃນການດຳລົງຊີວິດ ຍົກໂຕຢ່າງ ພໍ່ຜູ້ໜຶ່ງທີ່ບໍ່ເຄີຍສອນໃຫ້ລູກຮູ້ຈັກຄວາມລຳບາກ ບໍ່ເຄີຍຫ່າງຈາກພໍ່ແມ່ເລີຍ ມີໜ້າທີ່ຮຽນຢ່າງດຽວ ເມື່ອຜູ້ເປັນພໍ່ສົ່ງລູກໄປຮຽນມະຫາວິທະຍາໄລໃນເມືອງຫລວງ ຢູ່ຫ້ອງເຊົ່າຫລູຫລາ ຄ່າກິນຄ່າຢູ່ພໍ່ຈ່າຍໃຫ້ທັງໝົດ ເຖິງວ່າຖານະທາງບ້ານຈະບໍ່ຄ່ອຍດີ ແຕ່ຜູ້ເປັນພໍ່ກໍຍອມເພື່ອບໍ່ຢາກໃຫ້ລູກລຳບາກ, ເມື່ອລູກໂທມາຫາເທື່ອໃດ ຄຳເວົ້າທຳອິດທີ່ໄດ້ຍິນແມ່ນຂໍເງິນຕື່ມ ເງິນບໍ່ພໍໃຊ້ ຕ້ອງຈ່າຍຄ່າກິດຈະກຳ ເຊິ່ງຜູ້ເປັນພໍ່ກໍສົ່ງເງິນໃຫ້ລູກຢູ່ສະເໝີ, ລູກຢາກໄດ້ຫຍັງກໍຊື້ໃຫ້ໝົດ ແມ່ນແຕ່ລົດທີ່ບໍ່ຈຳເປັນຕ້ອງໃຊ້. ໃນທີ່ສຸດຄວາມຈິງກໍເປີດເຜີຍວ່າ ທີ່ລູກມາຂໍເງິນຕື່ມທຸກເດືອນນັ້ນບໍ່ໄດ້ເອົາໄປຈ່າຍຄ່າໜ່ວຍກິດ ຫລື ກິດຈະກຳພາຍໃນມະຫາວິທະຍາໄລຕາມທີ່ບອກພໍ່, ແຕ່ເອົາໄປໃຊ້ຈ່າຍຟູມເຟືອຍຫລິ້ນກິນໃນຮ້ານບັນເທີງ ເມົາມາຍມ່ວນຊື່ນເຮຮາກັບໝູ່. ຜູ້ເປັນພໍ່ເສຍໃຈທີ່ສຸດ ໄດ້ແຕ່ໂທດຕົນເອງທີ່ບໍ່ເຄີຍສອນໃຫ້ລູກຮູ້ຈັກຄວາມລຳບາກ, ບໍ່ເຄີຍສອນໃຫ້ລູກຮູ້ຈັກຫາເງິນເອງ, ມີຫຍັງກໍປະເຄນໃຫ້ລູກຕັ້ງແຕ່ນ້ອຍຈົນໃຫຍ່ ບົ່ມສອນນິໄສບໍ່ດີຫລາຍຢ່າງ ທັງນີ້ຈຶ່ງຂໍເປັນກະບອກສຽງເຕືອນພໍ່ແມ່ຜູ້ປົກຄອງທັງຫລາຍວ່າ ເຖິງທ່ານຈະຮັ່ງມີລົ້ນຟ້າມາຈາກໃສ ກໍຂໍໃຫ້ລ້ຽງລູກແບບພໍພຽງລຽບງ່າຍ ແລະ ສອນໃຫ້ເຂົາຜິວຫວັງ ໃຫ້ຮູ້ຈັກຄວາມລຳບາກແດ່ ລູກຂອງທ່ານຈະໄດ້ເຕີບໃຫຍ່ຢ່າງເຂັ້ມແຂງ ແລະ ເປັນກຳລັງທີ່ດີຂອງປະເທດຊາດຕໍ່ໄປ.