ກອງທັບລາວ-ຣັດເຊຍ ສຳເລັດຮ່ວມມືວຽກງານກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ

ວັນທີ 27 ມີນາ 2022 ນີ້, ກອງທັບລາວ-ຣັດເຊຍ ປິດບັ້ນການຮ່ວມມືວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກເພື່ອມະນຸດສະທຳ ລະຫວ່າງກອງທັບປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ກາລີນິນ ວະລາດີເມຍ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ, ຄະນະນຳຈາກກະຊວງປ້ອງກັນປະເທດ, ທີ່ປຶກສາທູດຝ່າຍປ້ອງກັນ ຊາດແຫ່ງ ສ ຣັດເຊຍປະຈຳ ສປປ ລາວພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ພັນແສງ ບຸນພັນ ຮອງຫົວຫນ້າກົມໃຫຍ່ ເສນາທິການກອງທັບ ຄະນະຊີ້ນຳ ການຮ່ວມມືກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ລາຍງານ ໃຫ້ຮູ້ວ່າ: ຂອບເຂດພື້ນທີ່ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກທີ່ສອງກໍາລັງກະຊວງປ້ອງກັນປະເທດລາວ-ຣັດເຊຍ ປະຕິບັດໃນ ໄລຍະຜ່ານມາແມ່ນນອນຢູ່ໃນ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານ70% ໃນນັ້ນເປັນກຳມະສິດນຳໃຊ້ທີ່ດິນຂອງປະຊາຊົນເຊິ່ງມີເປົ້າໝາຍ ນໍາໃຊ້ເຂົ້າໃນການຜະລິດກະສິກຳ, ປຸກສ້າງບ້ານເຮືອນ, ໂຮງຮຽນ, ໂຮງໝໍ ແລະ ກໍ່ສ້າງພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ເຊິ່ງເນື້ອທີ່ທັງໝົດ ນັ້ນ ແມ່ນມາຈາກຜົນກະທົບຈາກ ສົງຄາມເຊິ່ງມີລະເບີດບໍ່ທັນແຕກຕົກຄ້າງ, ມີສະເກັດລະເບີດເປັນຈຳນວນຫຼວງຫຼາຍຈຶ່ງຈຳເປັນຕ້ອງໄດ້ດຳເນີນການກວດກູ້ ແລະ ທຳລາຍ ລະເບີດກ່ອນການນໍາໃຊ້ ເຊິ່ງ ໃນໄລຍະ 4 ປີຜ່ານມາກະຊວງປ້ອງກັນປະເທດແຫ່ງ ສ. ຣັດເຊຍໄດ້ຈັດຕັ້ງຊ່ຽວຊານ ແລະ ພະນັກງານ, ວິຊາການນຳເອົາ ເຄື່ອງຈັກກວດກູ້ລະເບີດ ແລະ ອຸປະກອນທໍາລາຍລະເບີດມາຊ່ວຍເຫຼືອ ສປປ ລາວ ດັ່ງນັ້ນຈຶ່ງ ໄດ້ດຳເນີນການກວດກູ້ລະເບີດອອກຈາກພື້ນທີ່ທີ່ໄດ້ຮັບຜົນກະທົບໃນ 3 ແຂວງ (ຄຳມ່ວນ, ຊຽງ ຂວາງ , ບໍລິຄຳໄຊ) ເວົ້າລວມ ເວົ້າສະເພາະເມືອງນາກາຍ ແຂວງຄຳມ່ວນ ສາມາດກວດກູ້ລະເບີດບໍ່ທັນແຕກຢູ່ສະໜາມເທສະບານເມືອງນາກາຍໄດ້ 25 ເຮັກຕາ, ທໍາລາຍລະເບີດໄດ້ທັງໝົດ 91 ໜ່ວຍ ໃນນີ້ລະເບີດບົມບີ 51 ໜ່ວຍ, ບົມ 500 ປອນ 1 ໜ່ວຍ, ສະເກັດລະເບີດຕ່າງໆ 4.190 ຊິ້ນສ່ວນ, ໂລຫະຕ່າງໆ 1.402 ຊິ້ນສ່ວນໃນໄລຍະ 4 ປີ ຜ່ານມາ ສອງກະຊວງປ້ອງກັນ ປະເທດລາວ-ຣັດເຊຍ ໄດ້ຮ່ວມມືກັນກວດກູ້ລະເບີດ ແລະ ທຳລາຍລະເບີດອອກຈາກພື້ນທີ່ທຳການຜະລິດ ແລະ ພື້ນທີ່ປຸກສ້າງຕ່າງໆຈາກ 3 ແຂວງໄດ້ທັງໝົດ 142 ເຮັກຕາ, ກວດກູ້ ແລະ ທຳລາຍລະເບີດທັງໝົດ 2.314 ໜ່ວຍ, ບົມບີ 490 ໜ່ວຍ, ບົມໃຫຍ່ 3 ໜ່ວຍ ແລະ ລະເບີດບໍ່ທັນແຕກຊະນິດຕ່າງໆໄດ້ 1.821 ໜ່ວຍ.
ພ້ອມນີ້ ສະຫາຍ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ຂຶ້ນກ່າວມອບພື້ນທີ່ກວດກູ້ລະເບີດໃຫ້ເຈົ້າເມືອງນາກາຍໃນເນື້ອທີ່ 23,76 ເຮັກຕາ ເພື່ອນຳໃຊ້ພື້ນທີ່ດັ່ງກ່າວເຂົ້າໃນການດຳລົງຊີວິດໃຫ້ມີຄວາມປອດໄພຈາກລະເບີດທີ່ບໍ່ ທັນແຕກ ເຊິ່ງຂຶ້ນກ່າວຮັບໂດຍສະຫາຍ ນາງ ບົວກາ ແກ້ວມະນີ ເຈົ້າເມືອງເມືອງນາກາຍ ແຂວງຄຳມ່ວນ. ຈາກນັ້ນກໍໄດ້ມີພິທີມອບຫຼຽນໄຊພິລາດອາດຫານຊັ້ນ III ໃຫ້ຄະນະຊ່ຽວຊານຣັດເຊຍຈຳນວນ 28 ສະຫາຍ, ມອບຫຼຽນກາມິດຕະພາບກອງທັບປະຊາຊົນລາວຈຳນວນ 7 ສະຫາຍ, ມອບຫຼຽນກາມິດຕະພາບແຫ່ງ ສ.ຣັດເຊຍໃຫ້ພະນັກງານ-ນັກຮົບກອງທັບປະຊາຊົນລາວຈຳນວນ 24 ສະຫາຍ.
ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ໜ່ວຍງານສູນກວດກູ້ມິນສາກົນແຫ່ງສ.ຣັດເຊຍ ພ້ອມດ້ວຍນາຍ ແລະ ພົນທະຫານກອງທັບຣັດເຊຍ ທີ່ມາປະຕິບັດໜ້າທີ່ສາ ກົນຢູ່ລາວ ໃນການຮ່ວມມືແກ້ ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມການຮ່ວມມືກວດກູ້ ແລະ ທຳລາຍລະ ເບີດບໍ່ທັນແຕກເພື່ອມະນຸດສະທຳລະຫວ່າງກະຊວງປ້ອງກັນປະເທດກອງທັບປະຊາຊົນລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ໃນຄັ້ງນີ້ເປັນ ການປະກອບສ່ວນອັນໃຫຍ່ຫຼວງ ສະແດງເຖິງຄວາມເປັນຫ່ວງເປັນໃຍຕໍ່ຊີວີດ, ຊັບສິນຂອງປະ ຊາຊົນລາວບັນດາເຜົ່າໃຫ້ຫຼຸດພົ້ນ ຄວາມສ່ຽງອັນຕະລາຍຈາກບັນຫາລະເບີດບໍ່ທັນແຕກ, ສະນັ້ນຈົ່ງຮ່ວມມືກັນແກ້ໄຂບັນຫາລະເບີດ ທີ່ບໍ່ທັນແຕກໃຫ້ນັບມື້ໝົດໄປບົນຈິດໃຈການເສີມຂະຫຍາຍຄວາມສາມັກຄີຮັກແພງທີ່ເປັນມູນເຊື້ອ, ການພົວພັນຮ່ວມມືຍຸດທະສາດຮອບດ້ານໃຫ້ເຂົ້າສູ່ລວງເລິກເວົ້າລວມເວົ້າສະເພາະສອງກຳລັງປະກອບອາວຸດລາວ-ຣັດເຊຍໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ: ໜັງສືພິມກອງທັບ