ສິ້ນສຸດການລໍຄອຍ 36 ປີ ແຄນາດາ ຊະນະ ຈາເມກາ ເຂົ້າຮອບບານໂລກ 2022 ໄດ້ສຳເລັດ

ແຄນາດາ ສິ້ນສຸດການລໍຄອຍອັນຍາວນານ 36 ປີ ຫລັງເປີດສະຫນາມຕົນເອງຖະຫລົ່ມຈາເມກາຂາດລອຍ ຄວ້າປີ້ສູ່ເຕະບານໂລກ 2022 ເຊິ່ງເປັນຄັ້ງທີ 2 ໃນປະຫວັດສາດຂອງຊາດ.
ການແຂ່ງຂັນເຕະບານໂລກ 2022 ຮອບຄັດເລືອກ ເຂດຄອນຄາເຄຟ ຮອບສາມ ເມື່ອວັນທີ 27 ມີນາ ແຄນາດາ ເປີດບ້ານເອົາຊະນະ ຈາເມກາ ແບບຂາດລອຍ 4-0.
ເກມນີ້ ເຈົ້າຖິ່ນໄດ້ປະຕູຈາກ ໄຄ ລາຣິນ ນາທີ 13, ເທຈອນ ບູຄາແນນ ນາທີ 44, ຈູເນຍ ຮອຍເລັດ ນາທີ 82 ແລະ ອາດຣຽນ ມາຣີອັບປາ ນາທີ 88 (ເຮັດເຂົ້າປະຕູຕົນເອງ).
ເຮັດໃຫ້ຜ່ານໄປ 13 ນັດ ແຄນາເກັບເພີ່ມເປັນ 28 ຄະແນນ ຂຶ້ນເປັນຜູ້ນຳ ແລະ ຮັບປະກັນຜ່ານເຂົ້າຮອບສຸດທ້າຍເປັນທີມທຳອິດຂອງເຂດນີ້ ສ່ວນຈາເມກາມີ 8 ຄະແນນ ຢູ່ອັນດັບ 7 ຕົກຮອບໄປຕັ້ງແຕ່ກ່ອນຫນ້ານີ້ແລ້ວ.
ໂດຍ ແຄນາດາ ໄດ້ໄປບານໂລກຮອບສຸດທ້າຍເປັນຄັ້ງທີ 2 ໃນປະຫວັດສາດຂອງຊາດ ຕໍ່ຈາກເມື່ອປີ 1986 ຫລື ຜ່ານມາເປັນເວລາ 36 ປີ ແລະ ນັບເປັນຊາດທີ 20 ທີ່ຜ່ານເຂົ້າຮອບບານໂລກຄັ້ງນີ້ນຳອີກ.

