ອາເຊນອລ ຍື່ນຊື້ ແຣດຟອດ ເສີມກອງຫນ້າ

ອາເຊນອລ ຕົກເປັນຂ່າວພິຈາລະນາຊື້ ມາຄັສ ແຣດຟອດ ມາເສີມກອງຫນ້າ ແລະ ຍັງມີໂອກາດດີທີ່ຈະໄດ້ ຢູຣີ ຕີເລີມັນ ເຂົ້າສັງກັດນຳອີກ.

ເວລານີ້ ອາເຊນອລ ຕ້ອງການກອງຫນ້າໃຫມ່ຢ່າງຫລາຍ ຫລັງຈາກເສຍ ປີແອ-ເອເມີຣິກ ໂອບາເມຢອງ ໄປເມື່ອຕະຫລາດນັກເຕະມັງກອນທີ່ຜ່ານມາ ຂະນະທີ່ ອາເລັກຊອງ ລາກາແຊັດ ແລະ ເອັດດີ ເອັນເຄເທຍ ກໍຈະຫມົດສັນຍາເມື່ອຈົບລະດູການ ເຊິ່ງມີໂອກາດສູງວ່າທັງຄູ່ບໍ່ຢູ່ຕໍ່.

ສ່ວນ ແຣດຟອດ ຕອນນີ້ເບິ່ງຄືວ່າເລີ່ມບໍ່ມີຄວາມສຸກຫລັງຕ້ອງກາຍເປັນຕຳສຳຮອງຂອງແມນເຊສເຕີ ຢູໄນເຕັດ ໂດຍມີຂ່າວວ່າ ຫລາຍສະໂມສອນກໍພວມຢາກໄດ້ຕົວຢູ່ ຈຶ່ງຕ້ອງເບິ່ງວ່າຂໍ້ສະເຫນີຈາກ ອາເຊນອລ ຈະດີພໍໃຫ້ ແມນຢູ ຍອມພິຈາລະນາ ຫລື ເຮັດໃຫ້ນັກເຕະຄົນນີ້ສົນໃຈໄດ້ຫລືບໍ່.

ນອກຈາກນີ້ ອາເຊນອລຍັງມີຂ່າວຢາກໄດ້ ຢູຣີ ຕີເລີມັນ ກອງກາງຈາກ ເລສເຕີ ຊິຕີ ທີມພຣີເມຍລີກອີກຄົນ ໂດຍຕ້ອງແຂ່ງກັບແມນເຊສເຕີ ຢູໄນເຕັດ ທີ່ຈັບຕາສະຖານະການຢູ່ເຊັ່ນດຽວກັນ.

ແນວໃດກໍຕາມ ສະຖານະການຂອງອາເຊນອລຈະໄດ້ປຽບວ່າ ເມື່ອຫລ້າສຸດ ຕີເລີມັນ ບອກວ່າຢາກແຂ່ງຂັນໃນຢູຟາ ແຊ໊ມປຽນລີກ ‘‘ ແນ່ນອນວ່າຂ້ອຍຢາກຫລິ້ນໃນແຊ໊ມປຽນ ລີກ ແບບນັກເຕະບານຄົນອື່ນເຮົາຈະໄດ້ເຫັນກັນເມື່ອຈົບລະດູການນີ້ ຫລືອາດຈະຫລັງຈາກນີ້ ’’.

ໂດຍສະຖານະການຫລ້າສຸດໃນພຣີເມຍລີກ ອາເຊນອລລົງເຕະ 28 ນັດ ມີ 54 ຄະແນນ ຄອງອັນດັບ 4 ຂະນະທີ່ ແມນຢູ ແຂ່ງ 29 ນັດ ມີ 50 ຄະແນນ ຄອງອັນດັບ 6, ເທົ່າກັບວ່າ ອາເຊນອລ ໃກ້ຄຽງກັບໂຄຕ້າໄປແຊ໊ມປຽນ ລີກ ລະດູການຫນ້າຫລາຍກວ່າ.