ລີດ ຢູໄນເຕັດ ປະຕິເສດຂໍ້ສະເຫນີ ບາເຊໂລນາ ຫລັງຍື່ນຊື້ ຣາຟິນຢາ ພຽງ 29 ລ້ານປອນ

ລີດ ຢູໄນເຕັດ ຈັດການປະຕິເສດຂໍ້ສະເຫນີຂໍຊື້ ຣາຟິນຢາ ປີກທີມຊາດບຣາຊິລ ຈາກ ບາເຊໂລນາ ຮຽບຮ້ອຍແລ້ວ ຫລັງບໍ່ພໍໃຈກັບຂໍ້ສະເຫນີທີ່ອີກຝ່າຍຍື່ນໃຫ້ພຽງ 29 ລ້ານປອນເທົ່ານັ້ນ.
ລີດ ຢູໄນເຕັດ ທີມດັງແຫ່ງ ພຣີເມຍລີກ ອັງກິດ ໃຈຍັງແຂງ ເມື່ອຈັດການປະຕິເສດຂໍ້ສະເຫນີທີ່ ບາເຊໂລນາ ທີມໃຫຍ່ແຫ່ງສະເປນ ຍື່ນເຂົ້າມາເພື່ອຂໍຊື້ ຣາຟິນຢາ ປີກທີມຊາດບຣາຊິລ ໄປຮ່ວມທີມ.
‘‘ Sport ’’ ສື່ຊື່ດັງຂອງສະເປນ ລາຍງານວ່າ ບາເຊໂລນາ ຍື່ນຂໍ້ສະເຫນີຈຳນວນ 29 ລ້ານປອນ ເພື່ອຂໍຊື້ ຣາຟິນຢາ ໄປຫລິ້ນໃນຖິ່ນ ຄຳ ນູ ປະຕິເສດຫນ້າຫງາຍກັບໄປ ພ້ອມແຈ້ງກັບຝ່າຍບໍລິຫານຂອງ ບາເຊໂລນາວ່າ ຫາກຢາກໄດ້ ດາວເຕະອາຍຸ 25 ປີ ກໍຕ້ອງຍອມຈ່າຍ 62.5 ລ້ານປອນເທົ່ານັ້ນ.
ບາເຊໂລນາ ຢາກໄດ້ ຣາຟິນຢາ ໄປເປັນຕົວແທນຂອງ ອຸສມານ ເດມເບເລ ປີກທີມຊາດຝຣັ່ງ ທີ່ພວມຈະຫມົດສັນຍາຫລັງຈົບລະດູການນີ້ ແລະ ມີຂ່າວວ່າ ອາດຈະຍ້າຍໄປຫລິ້ນໃຫ້ ປາຣີສ ແຊັງ ແຊັກແມັງ ໃນລະດູການຫນ້າ.
ສະຖານະການແບບນີ້ ບາເຊໂລນາ ອາດຈະຕ້ອງລົງທຶນແດ່ຈັກຫນ້ອຍ ເພາະນອກຈາກພວກເຂົາແລ້ວ ຍັງມີທັງ ລີເວີພູລ, ແມນ ຊິຕີ ແລະ ບາເຢິນ ມິວນິກທີ່ໃຫ້ຄວາມສົນໃຈ ຣາຟາຢາ ທີ່ຍັງເຫລືອສັນຍາໃນຖິ່ນ ເອລແລນ ໂຣດ ເຖິງປີ 2024 ເຊັ່ນດຽວກັນ.

