ຍ້ອນມີພັກນຳພາການປະຕິວັດລາວຈຶ່ງໄດ້ຮັບຜົນສຳເລັດຢ່າງໃຫຍ່ຫລວງ

ໂດຍ: ທິດກໍ່າ

ເຖິງວ່າວັນທີ 22 ມີນາ 2022 ອັນເປັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວລາວໄດ້ຜ່ານພົ້ນໄປໄດ້ຫລາຍວັນແລ້ວກໍຕາມ, ແຕ່ເພື່ອເປັນການສະດຸດີ, ຈາລຶກບຸນຄຸນ ແລະ ຜົນງານອັນຍິ່ງໃຫຍ່ຂອງພັກທີ່ມີຕໍ່ປະເທດຊາດຕາບເທົ່າໃດໆ ພັກປະຊາຊົນປະຕິວັດລາວກໍຍັງຍືນຍົງ, ດຳລົງຄົງຕົວ, ຍຶດໝັ້ນໃນພາລະກິດການປະຕິວັດລາວ ກໍຄືພາລະກິດການສ້າງສາພັດທະນາປະເທດຊາດໃນປັດຈຸບັນ ແລະ ອະນາຄົດຕະຫລອດໄປ.

ພາຍຫລັງພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ເຊິ່ງໄລຍະນີ້ເອງພັກໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ I ຂອງພັກ ນັບແຕ່ວັນທີ 22 ມີນາ ຫາ ວັນທີ 6 ເມສາ 1955 ຢູ່ແຂວງຫົວພັນ ໂດຍມີຜູ້ແທນສົມບູນເຂົ້າຮ່ວມ 20 ສະຫາຍ ເຊິ່ງເປັນຕົວແທນໃຫ້ສະມາຊິກພັກ 400 ສະຫາຍໃນທົ່ວປະເທດ. ໃນກອງປະຊຸມດັ່ງກ່າວ ນອກຈາກປະກາດສ້າງຕັ້ງພັກໃນວັນທີ 22 ມີນາແລ້ວ ຍັງໄດ້ກຳນົດແນວທາງລວມຂອງຕົນຢ່າງຈະແຈ້ງຄື: “ນຳພາປວງຊົນລາວສາມັກຄີຕໍ່ສູ້, ເຮັດສຳເລັດພາລະກິດປົດປ່ອຍຊາດ, ສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ” ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄັ້ງນີ້ ຍັງໄດ້ກຳນົດ 9 ຍຸດທະສາດຕົ້ນຕໍຄື:

1. ທາດແທ້ຂອງພັກແມ່ນເປັນພັກຂອງຊົນຊັ້ນກຳມະກອນ ທັງເປັນຕົວແທນໃຫ້ແກ່ຊົນຊັ້ນກຳມະກອນລາວ, ປະຊາຊົນຜູ້ອອກແຮງງານທັງໝົດຊາດລາວ.
2. ພື້ນຖານແນວຄິດຂອງພັກແມ່ນທິດສະດີມາກ-ເລນິນ.
3. ຈຸດໝາຍຂອງການປະຕິວັດແມ່ນກ້າວຂຶ້ນສັງຄົມນິຍົມ.
4. ກຳນົດສັດຕູປັດຈຸບັນຄືຈັກກະພັດຝຣັ່ງ ແລະ ລູກແຫ່ງຕີນມື, ສັດຕູສະເພາະໜ້າຄືຈັກກະພັດອາເມລິກາ.
5. ກຳລັງແກ່ນສານນຳພາຊົນຊັ້ນກຳມະກອນ ໂດຍແມ່ນພັກເປັນຕົວແທນ.
6. ກຳລັງຫລວງຂອງການປະຕິວັດແມ່ນປະຊາຊົນທັງຊາດ.
7. ເພື່ອນມິດຂອງການປະຕິວັດແມ່ນນັກຮຽນຮູ້, ນັກສຶກສາ, ປັນຍາຊົນ, ພໍ່ຄ້າຊາວຂາຍ, ນາຍທຶນນ້ອຍ, ນາຍທຶນແຫ່ງຊາດ, ພະສົງອົງຄະເຈົ້າ, ຜູ້ຊົງຄຸນວຸດທິ, ເຈົ້າກົກເຈົ້າເຫລົ່າຕ່າງໆ.
8. ໜ້າທີ່ພື້ນຖານແມ່ນສາມັກຄີປວງຊົນທັງຊາດ, ດຳເນີນການປະຕິວັດຊາດປະຊາທິປະໄຕ, ຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກແຫລ່ງຕີນມືປົດປ່ອຍປະເທດຊາດ.
9. ຄຳຂວັນຍຸດທະສາດຂອງພັກ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ.

ຍ້ອນພັກໄດ້ວາງແນວທາງຢ່າງຖືກຕ້ອງມາແຕ່ເບື້ອງຕົ້ນ ຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ປົດປ່ອຍຊາດໄດ້ຮັບໄຊຊະນະເລື້ອຍໆມາ ບໍ່ວ່າໃນການຕໍ່ສູ້ທາງການເມືອງ ແລະ ການທະຫານ. ຜ່ານຂະບວນວິວັດແຫ່ງການຕໍ່ສູ້ຢ່າງຍືດເຍື້ອຍາວນານມາເປັນເວລາ 20 ກວ່າປີ ພາຍໃຕ້ການນຳພາຂອງພັກ ຈົນມາຮອດປີ 1975 ຈຶ່ງສາມາດປົດປ່ອຍໃນທົ່ວປະເທດຢ່າງສົມບູນແບບ ພ້ອມທັງປະກາດໂຄ່ນລົ້ມລະບອບສັກດີນາທີ່ປົກຄອງບ້ານເມືອງມາຫລາຍສະຕະວັດ ແລ້ວປະກາດສ້າງຕັ້ງປະເທດໃໝ່ ຄືສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນແທນ. ນີ້ຄືໄຊຊະນະອັນໃຫຍ່ຫລວງພາຍໃຕ້ການນຳພາຂອງພັກທີ່ໄດ້ນຳພາການຕໍ່ສູ້ຢ່າງລະອິດລະອ້ຽວ ແລະ ລຳບາກຍາວນານ. ພາຍຫລັງສ້າງຕັ້ງລະບອບໃໝ່ອັນເປັນລະບອບປະຊາທິປະໄຕປະຊາຊົນຂຶ້ນແລ້ວ, ພັກກໍໄດ້ກຳອຳນາດ ແລະ ນຳພາປະຊາຊົນບັນດາເຜົ່າສາມັກຄີປອງດອງກັນສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະ ກ້າວໜ້າຕະຫລອດເຖິງທຸກວັນນີ້.

ຫາກຕັ້ງໂຈດກັນວ່າ, ຖ້າບໍ່ມີພັກປະຊາຊົນປະຕິວັດລາວນຳພາ ການປະຕິວັດລາວຈະໄດ້ຮັບໄຊຊະນະ ແລະ ມີຜົນສຳເລັດຄືແນວນີ້ບໍ່ ? ຄຳຕອບໂຈດກໍຄື: ເດັດຂາດຈະບໍ່ໄດ້ຮັບໄຊຊະນະ ແລະ ບໍ່ມີຜົນສຳເລັດຄືແນວນີ້ຢ່າງແນ່ນອນ ເພາະວ່າເມື່ອເຮົາປຽບທຽບໃສ່ຂະບວນການຕໍ່ສູ້ຂອງຜູ້ນຳທີ່ຮັກຊາດກ່ອນບໍ່ທັນມີພັກນຳພາລ້ວນແລ້ວແຕ່ຖືກປະລາໄຊຢ່າງເຈັບແສບ ເປັນຕົ້ນຂະບວນການຕໍ່ສູ້ຂອງເຈົ້າອານຸວົງ, ພໍ່ກະດວດ, ອົງແກ້ວ, ອົງກົມມະດຳ, ເຈົ້າຟ້າປັດໄຈ ແລະ ຜູ້ທີ່ຮັກຊາດອື່ນໆ.

ເພາະສະນັ້ນ ຈຶ່ງສາມາດເວົ້າໄດ້ວ່າ: ພັກປະຊາຊົນປະຕິວັດລາວເປັນພັກທີ່ສະຫລາດສ່ອງໃສ, ເປັນຜູ້ຈັດຕັ້ງນຳພາໃນທຸກໄຊຊະນະຂອງການປະຕິວັດລາວ. ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ 2022 ຄົບຮອບ 67 ປີ ໝັ້ນຍືນຕະຫລອດໄປ.