ກຸ່ມກະບົດໄດ້ໂຈມຕີຄັງນ້ຳມັນໃນຊາ​ອຸ​ດິ​ອາ​ຣາ​ເບຍ ເຊິ່ງຫ່າງຈາກສະໜາມແຂ່ງລົດເອຟວັນພຽງ 12 ກິໂລ

ເຫດການຕື່ນເຕັ້ນໄດ້ເກີດຂຶ້ນໃນລະຫວ່າງການຝຶກຊ້ອມການແຂ່ງຂັນລົດສູດໜຶ່ງຊິງແຊ້ມໂລກ 2022, ເຊິ່ງເປັນນັດທີ 2 ຂອງລະດູການທີ່ສະໜາມ ຊາ​ອຸ​ດິ​ອາ​ຣາ​ເບຍ ກຣັງປີ ທີ່ເມືອງ ເຈດດາ ຊາ​ອຸ​ດິ​ອາ​ຣາ​ເບຍ ​ໃນ​ວັນ​ທີ 25 ມີນາ​ຜ່ານມາ, ຫຼັງ​ເກີດ​ເຫດລະ​ເບີດ​ຂຶ້ນ​ຢູ່​ບໍລິ​ເວນໃກ້ຄຽງປ້ຳນ້ຳມັນ ອະຣາມໂກ ເຊິ່ງຫ່າງຈາກສະໜາມ ເຈດດາ ຄອມມິດ ເຊີກິດ ປະມານ 12 ກິໂລແມັດ, ເຊິ່ງຄາດວ່າຈະເປັນການໂຈມຕີຂອງພວກກະບົດ ຮູດິ.

ໂດຍກ່ອນຫນ້ານີ້, ​ໄດ້​ມີ​ການ​ກະບົດ​ຂອງ​ກຸ່ມ ຮູດິ ໂຈມ​ຕີ​ສາງ​ນ້ຳມັນ​ແຫ່ງ​ນຶ່ງ​ໃນ ຊາ​ອຸ​ດິ​ອາ​ຣາ​ເບຍ ກ່ອນຈະເກີດເຫດ​ອີກ​ເຄິ່ງ​​ໃນ​ວັນ​ສຸກ​ຜ່ານ​ມາ. ສົ່ງຜົນເຮັດໃຫ້​ເກີດ​ໄຟ ​ແລະ​ ຄວັນ​ດຳຂະໜາດ​ໃຫຍ່ຈົນສາມາດເຫັນໄດ້ຈາກໄລຍະໄກ ລວມເຖິງຍັງສາມາດເຫັນໄດ້ຈາກສະໜາມ ເຈດດາ ຄອມມິດ ເຊີກິດ, ອີກທັງນັກຂັບລົດຫຼາຍຄົນຍັງເວົ້າວ່າພວກເຂົາໄດ້ກິ່ນການເຜົາໄຫມ້ ​ເຖິງ​ແມ່ນ​ວ່າ​ສະຖານ​ທີ່​ເກີດ​ເຫດ​ຢູ່​ຫ່າງ​ໄປ 12 ກິ​ໂລ​ແມັດ ​ໃນ​ຂະນະ​ທີ່​ຖ້ຽວ​ບິນ​ເຂົ້າ ​ແລະ ອອກ ຈາກ​ເມືອງ ເຈດດາ ມີການຊັກຊ້າ ຫຼື ກໍ່ຕ້ອງໄດ້ປ່ຽນເສັ້ນທາງ

ພະແນກຄຸ້ມຄອງການແຂ່ງຂັນ ຍັງລໍຖ້າຂໍ້ມູນເພີ່ມເຕີມກ່ຽວກັບເຫດການດັ່ງກ່າວຈາກເຈົ້າໜ້າທີ່ທີ່ກ່ຽວຂ້ອງ. ກ່ອນທີ່ຈະມີການຕັດສິນໃຈດໍາເນີນການໃດໆຕື່ມອີກ, ລວມທັງການຕັດສິນໃຈວ່າຈະຍົກເລີກການແຂ່ງຂັນທີ່ຈະຈັດຂຶ້ນໃນວັນອາທິດນີ້ຫຼືບໍ່?