ຍີ່ປຸ່ນ ຊະນະ ອອສເຕຣເລຍ ຄວ້າປີ້ ເຕະບານໂລກ 2022

ຍີ່ປຸ່ນຍິງທ້າຍເກມບຸກຊະນະອອສເຕຣເລຍ ຄວ້າປີ້ ເຕະບານໂລກ 2022 ຮອບສຸດທ້າຍ ແລະຍັງຄວງ ຊາອຸດິ ອາຣະເບຍ ເຂົ້າຮອບໄປນຳກັນອີກ.
ການແຂ່ງຂັນເຕະບານໂລກ 2022 ຮອບຄັດເລືອກ ເຂດເອເຊຍ ຮອບສາມ ເມື່ອວັນທີ 24 ມີນາ ກຸ່ມ B ອອສເຕຣເລຍ ເປີດສະຫນາມຕົນເອງ ເສຍໃຫ້ ຍີ່ປຸ່ນ 0-2, ຍີ່ປຸ່ນໄດ້ປະຕູຈາກ ຄາໂອຣຸ ມິໂຕມະ ນາທີ 89 ແລະ 90+4.
ເຮັດໃຫ້ຜ່ານໄປ 9 ນັດເທົ່າກັນ ຍີ່ປຸ່ນມີເພີ່ມເປັນ 21 ຄະແນນ ຂຶ້ນເປັນຜູ້ນຳຂອງກຸ່ມຊົ່ວຄາວ ພ້ອມຄວ້າປີ້ສູ່ຮອບສຸດທ້າຍແນ່ນອນແລ້ວ ແຖມຍັງເຮັດໃຫ້ຮອງຜູ້ນຳ ຊາອຸດິອາຣະເບຍ ທີ່ລົງແຂ່ງ 8 ນັດມີຢູ່ 19 ຄະແນນ ຮັບປະກັນໄດ້ສິດຜ່ານເຂົ້າຮອບໄປນຳກັນ.
ສ່ວນ ອອສເຕຣເລຍ ທີ່ມີ 5 ຄະແນນ ເຫລືອຕາຕະລາງແຂ່ງຂັນອີກເກມດຽວ ຕ້ອງຈົບອັນດັບ 3 ໄປຖ້າເຕະເພລອອບກັບອັນດັບ 3 ຂອງກຸ່ມ A ເຊິ່ງຍີ່ປຸ່ນນັບເປັນທີມທີ 16 ແລະ 17 ທີ່ເຂົ້າຮອບສຸດທ້າຍເຕະບານໂລກຄັ້ງນີ້ນຳອີກ.

