ແຟນບານ ລີເວີພູລ-ແມນ ຊິຕີ ບໍ່ເຫັນດີໃຫ້ສະຫນາມ ເວມບຣີ ຈັດແຂ່ງຂັນ ເອຟເອ ຄັບ ປີນີ້

ພາຍຫລັງທີ່ການຈັບສະຫລາກປະກົບຄູ່ໃນຮອບຮອງຊະນະເລີດຂອງການແຂ່ງຂັນ ເອຟເອ ຄັບ 2021-22 ໄດ້ມີການປະກາດອອກມາແລ້ວວ່າ ລີເວີພູລ ແລະ ແມນເຊສເຕີ ຊິຕີ 2 ທີມທີ່ພວມໄລ່ລ່າແຊ໊ມພຣີເມຍລີກ ໃນລະດູການນີ້ ຈະຕ້ອງພົບກັນເອງໃນຮອບຮອງຊະນະເລີດຂອງບານເຕະທີ່ເກ່ົາແກ່ທີ່ສຸດໃນໂລກ ລະດູການນີ້.
ແນວໃດກໍຕາມ ແຟນບານທັງ 2 ທີມຕ່າງສະແດງຄວາມບໍ່ພໍໃຈ ຫລັງຈາກພວກເຂົາຮູ້ຂ່າວສຳຄັນວ່າຈະບໍ່ມີໄຟເດີນທາງສູ່ນະຄອນຫລວງລອນດອນ ໃນໄລຍະອາທິດທີ່ມີການແຂ່ງຂັນ ເຊິ່ງເປັນເຫດໃຫ້ແຟນບານທັງສອງທີມຮຽກຮ້ອງໃຫ້ມີການປ່ຽນສະຫນາມແຂ່ງຂັນເພື່ອໃຫ້ໃກ້ຕໍ່ການແກ້ໄຂແຕ່ຢ່າງໃດ.
ຖ້າຫາກບໍ່ມີລົດໄຟທີ່ເດີນທາງກົງສູ່ລອນດອນ ແລະ ສົ່ງຜົນໃຫ້ແຟນບານທັງສອງທີມບໍ່ພໍໃຈແລ້ວນັ້ນ ແຕ່ທາງ ເອຟເອ ຢືນຢັນແລ້ວວ່າຮອບຮອງຊະນະເລີດ ເອຟເອ ຄັບ ປີນີ້ຈະຍັງຄົງແຂ່ງຂັນ ເວມບຣີ ຕາມກຳນົດເກ່ົາຢ່າງແນ່ນອນບໍ່ປ່ຽນແປງ.
ສຳລັບເກມໃນຮອບຮອງຊະນະເລີດ ເອຟເອ ຄັບ 2021-22 ຈະແຂ່ງຂັນໄລຍະວັນທີ 16-17 ເມສານີ້ ໂດຍເກມລະຫວ່າງ ລີເວີພູລ ພົບ ແມນເຊສເຕີ ຊິຕີ ຈະແຂ່ງຂັນໃນວັນທີ 16 ເມສາ ສ່ວນຮອບຮອງຊະນະເລີດອີກຄູ່ຫນຶ່ງ ລະຫວ່າງ ເຊລຊີ ພົບກັບ ຄຣິສຕັລ ພາເລດ ຈະແຂ່ງຂັນວັນທີ 17 ເມສາ.

