ການສັນຈອນເສັ້ນທາງເລກ 8 ຍັງຖືກຕັດຂາດ

ວັນທີ 8 ສິງຫານີ້, ເວບໄຊກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ອອກແຈ້ງເຕືອນສະພາບການສັນຈອນຕາມເສັ້ນທາງຫລວງເລກ 8 ແຂວງບໍລິຄຳໄຊ ອອກສູ່ ສສ.ຫວຽດນາມ ວ່າ: ປັດຈຸບັນເຂດເມືອງຄຳເກີດ ແລະ ເມືອງຄູນຄຳແຂວງຄຳມ່ວນ ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນ, ຈຶ່ງເຮັດໃຫ້ມີນ້ຳຖ້ວມທາງແຕ່ໄລຍະກິໂລແມັດ 75+800-79+700 ແລະ ສູງສະເລ່ຍ 1,40 ແມັດ, ເຮັດໃຫ້ລົດບໍ່ສາມາດສັນຈອນຜ່ານໄປມາໄດ້, ພ້ອມດຽວກັນນັ້ນກໍມີສະພາບດິນ ເຈື່ອນລົງມາຖົມທາງແຕ່ໄລຍະກິໂລແມັດ 43+000-53+000 ໄລຍະ 60+800-63+800 ແລະ ໄລຍະທາງ 82+000-83+000 ເຮັດໃຫ້ລົດບໍ່ສາມາດສັນຈອນໄປມາໄດ້, ຊຶ່ງປັດຈຸບັນທາງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ, ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ໂຄງການສ້ອມແປງທາງຫລວງແຫ່ງຊາດ ແລະ ບໍລິສັດຮັບເໝົາໄດ້ພ້ອມກັນສຸມໃສ່ແກ້ໄຂຍົກຍ້າຍດິນເຈື່ອນທັບທາງອອກ, ແຕ່ຍັງບໍ່ທັນສາມາດແກ້ໄຂໄດ້ເຮັດໃຫ້ການສັນຈອນຖືກຕັດຂາດ, ຄາດວ່າປະມານ 2-3 ວັນຈຶ່ງຈະສາມາດສັນຈອນໄປມາໄດ້. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ຜູ້ສັນຈອນໄປມາຕາມເສັ້ນທາງມີຄວາມລະມັດລະວັງເພື່ອຄວາມປອດໄພ ແລະ ໃຫ້ເອົາໃຈໃສ່ຕິດຕາມສະພາບອາກາດຈາກກົມອຸຕຸນິຍົມ ແລະ ສະພາບເສັ້ນທາງກ່ອນທ່ານຈະອອກເດີນທາງທຸກຄັ້ງ.

