ຊາບີ ຢືນຢັນ ບາເຊໂລນາ ເປີດປະຕູຕ້ອນຮັບ ເມສຊີ ກັບບ້ານສະເຫມີ

ຊາບີ ເອີນານເດສ ຜູ້ຈັດການທີມຂອງ ບາເຊໂລນາ ອອກມາໃຫ້ສຳພາດເປີດໃຈເຖິງ ລີໂອເນລ ເມສຊີ ອະດີດຫມູ່ຮ່ວມທີມຂອງລາວທີ່ປັດຈຸບັນມີອາການບໍ່ມີຄວາມສຸກກັບຊີວິດທີ່ ປາຣີສ ແຊັງ ແຊັກແມັງ ເຖິງແມ່ນວ່າຈະຫາກໍຍ້າຍໄປຮ່ວມເປັນປີທຳອິດກໍຕາມ.
ເຊິ່ງ ຊາບີ ຢືນຢັນວ່າ : ບາເຊໂລນາ ຍັງຄົງຍິນດີຕ້ອນຮັບ ລີໂອເນລ ເມສຊີ ກັບຄືນສູ່ບ້ານເກົ່າສະເຫມີ ຫາກຕ້ອງການຈະຍາຍມາຮ່ວມທີມກໍພ້ອມຈະອ້າແຂນຮັບເອົາໄວ້ຢ່າງແນ່ນອນ ຕາມຄຳບອກເລົ່າຂອງ ຜູ້ຈັດການທີມ ບາເຊໂລນາ ເຖິງວ່າ ເມສຊີ ຈະອາຍຸຫລາຍຂຶ້ນແລ້ວ ແຕ່ລາວຢືນຢັນວ່າ ເມສຊີ ຈະເປັນຄົນດຽວທີ່ສະໂມສອນຈະເປີດປະຕູຕ້ອນຮັບບໍ່ວ່າຈະອາຍຸເທົ່າໃດກໍຕາມ.
ນັບຕັ້ງແຕ່ຍ້າຍອອກຈາກ ບາເຊໂລນາ ໄປຮ່ວມທີມ ເປແອສເຊ ເມື່ອເດືອນສິງຫາຜ່ານມາ ຊີວິດຂອງ ເມສຊີ ກໍບໍ່ມີຄວາມສຸກຢ່າງທີ່ເຄີຍເປັນ ເນື່ອງຈາກຖືກຄາດຫວັງຈາກແຟນບານຈຳນວນຫລາຍວ່າຈະຕ້ອງພາທີມປະສົບຄວາມສຳເລັດໃຫ້ໄດ້ ແຕ່ກໍບໍ່ເປັນແບບນັ້ນ ແລະ ຫລ້າສຸດ ຫາກໍຕົກຮອບ 16 ທີມສຸດທ້າຍໃນ ຢູຟາ ແຊ໊ມປຽນ ລີກ ມາຫມາດໆ.

