ອາຊຽນຍຶດໝັ້ນຕໍ່ ທັດສະນະກ່ຽວກັບສະພາບຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນພາຍໃຕ້ຫົວຂໍ້ “ຄວາມສາມັກຄີເພື່ອຄວາມໝັ້ນຄົງທີ່ກົມກຽວ”

ວັນທີ 16-18 ມີນາ 2022, ທ່ານ ພົນຕີ ຄຳ ລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມຄະນະຜູ້ແທນຈາກກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນຄັ້ງທີ 19 ທີ່ນະຄອນຫລວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ ພາຍໃຕ້ການເປັນປະທານຂອງທ່ານ ພົນເອກ ວົງປີເຊັນ ຜູ້ບັນຊາການທະຫານສູງສຸດ ກອງທັບແຫ່ງຣາຊະອານາຈັກກໍາປູເຈຍ, ມີບັນດາຜູ້ບັນຊາການ ແລະ ຜູ້ຕາງໜ້າຈາກ 10 ປະເທດສະມາຊິກອາຊຽນເຂົ້າຮ່ວມ ແລະ ເປັນກອງປະຊຸມແບບເຊິ່ງໜ້າເທື່ອທຳອິດນັບແຕ່ພະຍາດໂຄວິດ-19 ລະບາດ.
ກອງປະຊຸມປີນີ້ເນັ້ນຮັບຟັງການລາຍງານຜົນສຳເລັດຂອງກອງປະຊຸມຫົວໜ້າສືບຂ່າວທະຫານອາຊຽນ ຄັ້ງ ທີ 19 ແລະ ກອງປະຊຸມຫົວໜ້າສູ້ຮົບອາຊຽນຄັ້ງທີ 12, ແລກປ່ຽນທັດສະນະກ່ຽວກັບສະພາບຄວາມໝັ້ນ ຄົງຂອງພາກພື້ນ ແລະ ສາກົນພາຍໃຕ້ຫົວຂໍ້ “ຄວາມສາມັກຄີເພື່ອຄວາມໝັ້ນຄົງທີ່ກົມກຽວ”; ຮັບຮອງເອົາຂໍ້ລິເລີ່ມໃໝ່ວ່າດ້ວຍການແລກປ່ຽນນາຍທະຫານສືບຂ່າວໜຸ່ມອາຊຽນ, ແຜນວຽກທະຫານອາຊຽນ 2 ປີ ແລະ ຖະແຫຼງການຮ່ວມຂອງກອງປະຊຸມຜູ້ບັນຊາການທະຫານສູງສຸດ ຄັ້ງທີ 19.
ໃນກອງປະຊຸມ, ບັນດາຜູ້ບັນຊາການທະຫານສູງສຸດ ໄດ້ພ້ອມກັນແລກປ່ຽນສະພາບ ແລະ ສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ພົ້ນເດັ່ນເປັນຕົ້ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ໄພພິບັດທຳມະຊາດ, ການກໍ່ການຮ້າຍ, ອາຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງໄຊເບີ ແລະ ອື່ນໆ. ນອກຈາກນີ້, ອາຊຽນຈຶ່ງຈະຕ້ອງເພີ່ມທະວີການຮ່ວມມືທັງໃນຮູບແບບສອງຝ່າຍ ແລະ ຫລາຍຝ່າຍ, ຮັດແໜ້ນຄວາມສາມັກຄີ ແລະ ຮັກສາຄວາມເປັນແກນກາງຂອງອາຊຽນ ເພື່ອເຮັດໃຫ້ອາຊຽນສາມາດຮັບມື ແລະ ແກ້ໄຂບັນຫາສິ່ງທ້າທາຍເຫລົ່ານີ້ໄດ້ຢ່າງມີປະສິດທິພາບເພື່ອເຮັດໃຫ້ພາກພື້ນມີສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ.
ກອງປະຊຸມ ໄດ້ມອບການເປັນປະທານກອງປະຊຸມໃຫ້ ອິນໂດເນເຊຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນຄັ້ງທີ 20 ແລະ ກອງປະຊຸມປິ່ນອ້ອມອື່ນໆໃນປີ 2023.

