ເຟເດີເຣີ ບໍລິຈາກ 500,000 ໂດລາ ຊ່ວຍເດັກຢູເຄຣນປະສົບໄພສົງຄາມ


ໂຣເຈີ ເຟເດີເຣີ ອະດີດນັກເທັນນິສຊາຍມື 1 ຂອງໂລກຈາກສະວິດເຊີແລນ ບໍລິຈາກເງິນຈຳນວນ 500,000 ໂດລາສະຫະລັດ ເພື່ອຊ່ວຍເຫລືອເດັກໆໃນຢູເຄຣນທີ່ປະສົບໄພຈາກສົງຄາມ.
ໂດຍ ຢູເຄຣນ ຖືກ ຣັສເຊຍ ທີ່ນຳໂດຍປະທານາທິບໍດີ ວະລາດີເມຍ ປູຕິນ ໃຊ້ກອງກຳລັງທະຫານເຂົ້າໂຈມຕີມາຕັ້ງແຕ່ເດືອນກຸມພາຜ່ານມາ ເຊິ່ງອົງການສະຫະປະຊາຊາດ (UN) ເປີດເຜີຍວ່າ ຕ້ອງມີປະຊາຊົນຊາວຢູເຄຣນອົບພະຍົບເພື່ອຫລີກຫນີສົງຄາມຫລາຍກວ່າ 3 ລ້ານຄົນ ແລະ ສ່ວນໃຫຍ່ກໍເປັນເດັກນ້ອຍ.
ກ່ອນຫນ້ານີ້ ແອນດີ ເມີເຣ ນັກເທັນນິສຈາກອັງກິດ ປະກາດມອບເງິນລາງວັນທຸກລາຍການຂອງຕົນເອງໃນປີນີ້ເພື່ອຊ່ວຍເຫລືອເດັກນ້ອຍທີ່ພົບກັບຜົນກະທົບຈາກສົງຄາມດັ່ງກ່າວ.
ຈົນຫລ້າສຸດ ເຟເດີເຣີ ນັກເທັນນິສມື 27 ຂອງໂລກໄດ້ບໍລິຈາກເງິນຈຳນວນ 500,000 ໂດລາສະຫະລັດ ເພື່ອມອບໃຫ້ເດັກນ້ອຍທີ່ປະສົບໄພຈາກສົງຄາມນຳໄປໃຊ້ເປັນປະໂຫຍດທາງການສຶກສາ.
‘‘ ຄອບຄົວຂອງຂ້ອຍ ແລະ ຂ້ອຍຕົກໃຈຫລາຍເມື່ອເຫັນພາບຈາກຢູເຄຣນ ແລະ ເຈັບປວດກັບຜູ້ບໍລິສຸດທີ່ໄດ້ຮັບຜົນກະທົບຢ່າງຫລາຍ ເຮົາຢືນຢັນເພື່ອສັນຕິພາບ ເຮົາຈະໃຫ້ຄວາມຊ່ວຍເຫລືອເດັກຈາກຢູເຄຣນທີ່ຕ້ອງການການເບິ່ງແຍງປັດຈຸບັນເດັກຢູເຄຣນປະມານ 6 ລ້ານຄົນຕ້ອງອອກຈາກໂຮງຮຽນ ເຮົາຮູ້ວ່າເປັນເວລາທີ່ສຳຄັນຍິ່ງໃນການຈັດຫາການເຂົ້າເຖິງການສຶກສາ ແລະ ຕ້ອງການສະຫນັບສະຫນູນໃຫ້ພວກເຂົາຈັດການກັບປະສົບການທີ່ກະທົບກະເທືອນຈິດໃຈຢ່າງຍິ່ງ ’’ ນັກເທັນນິສອາຍຸ 40 ປີ ລະບຸ.

