6 ລາຍການອາຫານທີ່ຄວນຄິດໃຫ້ດີກ່ອນສັ່ງ ເພາະອາດທຳຮ້າຍສຸຂະພາບໂດຍບໍ່ຮູ້ຕົວ.

  1. ນຳ້ດື່ມ ພ້ອມປ່ຽງໝາກນາວ : ຫລາຍຄົນມັກເວລາທີ່ຮ້ານອາຫານເສີບເຄື່ອງດື່ມ ໂດຍມີປ່ຽນໝາກນາວຝານມາໃນຈອກ ເມື່ອດື່ມແລ້ວກໍບອກຕົນເອງວ່າຊື່ນໃຈ, ແຕ່ໃນຄວາມເປັນຈິງຕາມລາຍງານຂອງນິດຕະຍາສານເພື່ອສຸຂະພາບ ໄດ້ລອງທົດສອບປ່ຽງໝາກນາວ 76 ປ່ຽງ ຈາກຮ້ານອາຫານ 21 ຮ້ານ ພົບວ່າ 70% ຂອງໝາກນາວເຫລົ່ານັ້ນເຕັມໄປດ້ວຍແບັກທີເຣຍ ເນື່ອງຈາກໝາກນາວເຫລົ່ານັ້ນບໍ່ໄດ້ລ້າງເຮັດຄວາມສະອາດຢ່າງຖືກວິທີ.
  2. ສະປາເກັກຕີ້ພາສຕ້າ ທີ່ຕື່ມໄດ້ບໍ່ອັ້ນ : ເວລາເຫັນໂຄສະນາຂອງຮ້ານອາຫານພ້ອມກັບໂປຣໂມຊັນຕື່ມສະປາເກັດຕີ້ ຫລື ພາສຕ້າໄດ້ບໍ່ອັ້ນ ຫລື ສັ່ງ 1 ຈານ ແຖມອີກ 1 ຈານ ຕ້ອງພະຍາຍາມຫ້າມໃຈໄວ້ແດ່ ເພາະບັນດາອາຫານເສັ້ນທີ່ອຸດົມໄປດ້ວຍຄາໂບໄຮເດຣດນັ້ນມີຕົ້ນທຶນຕໍ່າ ແນ່ນອນວ່າຮ້ານອາຫານມັກເອົາມາເຮັດກຳໄລແບບທົບເຄິ່ງ ແລະ ຖ້າບໍລິໂພກໃນປະລິມານຫລາຍ ນຳ້ໜັກຈະຂຶ້ນໂດຍທີ່ທ່ານບໍ່ຮູ້ໂຕ.
  3. ຢ່າຫໍ່ອາຫານທີ່ເຫລືອກັບເມືອເຮືອນ ຖ້າທ່ານບໍ່ໄດ້ຈະກັບເຮືອນໂດຍກົງເລີຍ (ຖ້າຍັງຈະໄປແວ່ບ່ອນອື່ນກ່ອນ) : ສິ່ງໜຶ່ງທີ່ຕ້ອງຈື່ເອົາໄວ້ສຳລັບຄົນມັກກິນອາຫານນອກບ້ານແລ້ວກິນບໍ່ໝົດ ຕ້ອງຫໍ່ເມືອເປັນປະຈຳ ຄື ອາຫານທີ່ຖືກປຸງແຕ່ງສຸກແລ້ວຈະຢູ່ໃນອຸນຫະພູມທຳມະດາໄດ້ບໍ່ເກີນ 2 ຊົ່ວໂມງ ເມື່ອເປັນແບບນັ້ນຖ້າທ່ານຢາກຫໍ່ອາຫານກັບເຮືອນ ແລ້ວເອົາປະໄວ້ໃນລົດ ຫລື ໄປເຮັດຢ່າງອື່ນໂດຍທີ່ບໍ່ໄດ້ກັບເມືອເຮືອນທັນທີ ຂໍໃຫ້ຕັດໃຈ ບໍ່ເອົາເມືອຈະດີກ່ວາ ເພາະອາຫານເຫລືອຈາກນັ້ນອາດເຮັດໃຫ້ທ່ານເຈັບທ້ອງໄດ້.
  4. ເຄື່ອງດື່ມແບບເຕີມຟຣີຕະຫລອດ : ຖ້າເຄື່ອງດື່ມທີ່ ຣີ​ຟິ​ລ ຫລື ຕື່ມ​ຟ​ຣີ​ຕະ​ຫລອດນັ້ນ​ເປັນ​ກາ​ເຟ​ດຳ​ກໍ​ພໍ​ຮັບ​ໄດ້, ແຕ່​ຖ້າ​ຣີ​ຟິ​ລ​ໂດຍ​ນ້ຳ​ອັດ​ລົມ ຫລື ຊາ​ຂຽ​ວ ຂໍ​ໃຫ້​ຫລີກ​ເວັ້ນ ເພາະ​ນ້ຳ​ອັດ​ລົ​ມ ຫລື ຊາ​ຂຽວນັ້ນ​ມີ​ປະ​ລິ​ມາ​ນ​ນ້ຳ​ຕານ​ຫລາຍ. ມີ​ນັກ​ວິ​ໄຈ​ເຄີຍ​ຄຳ​ນວນ​ແລ້ວ​ວ່າ ມີ​ນ້ຳ​ຕ​ານ​ຫລາຍ​ເຖິງ 8 ບ່ວງ​ຊາ​ຕໍ່​ຈອກ ຖ້າ​ທ່ານ​ຣີ​ຟິ​ລ​ເຄື່ອງ​ດື່ມ 2 – 3 ເທື່ອ ນັ້ນ​ໝາຍ​ເຖິງ​ທ່ານ​ກຳ​ລັງ​ນຳ​ເອົາ​ນ້ຳ​ຕານ 24 ບ່ວງ​ຊາ​ເຂົ້າ​ສູ່​ຮ່າງ​ກາຍ.
  5. ນ້ຳ​ອັດ​ລົມ​ປາ​ສະ​ຈາກ​ນ້ຳ​ຕານ : ພາບ​ຄວາມ​ຈຳ​ຂອງ​ໂຄ​ສະ​ນາ​ນ້ຳ​ອັດ​ລົມ​ປາ​ສະ​ຈາກ​ນ້ຳ​ຕານ ໄດ້​ຝັງ​ຫົວ​ຄົນ​ທົ່ວ​ໄປ​ວ່າ​ເປັນ​ເຄື່ອງ​ດື່ມ​ສຳ​ລັບ​ຄົນ​ທີ່​ກຳ​ລັງ​ຄວບ​ຄຸມ​ນ້ຳ​ໜັກ, ແຕ່​ໃນ​ຄວາມ​ຈິງ​ແລ້ວ ນ້ຳ​ອັດ​ລົມ​ປາ​ສະ​ຈາກ​ນ້ຳ​ຕານບໍ່​ໄດ້​ເຮັດ​ໃຫ້​ທ່ານ​ຄວບ​ຄຸມ​ນ້ຳ​ໜັກ​ໄດ້​ແທ້. ຜົນ​ການ​ວິ​ໄຈ​ຈາກ​ມະ​ຫາ​ວິ​ທະ​ຍ​າ​ໄລ​ເທັກ​ຊັ​ສ ລະ​ບຸ​ວ່າ ສານ​ທີ່​ໃຫ້​ຄວາມ​ຫວານ​ໃນ​ນ້ຳ​ອັດ​ລົມ​ປາ​ສະ​ຈາກ​ນ້ຳ​ຕານນັ້ນ ບໍ່​ສາ​ມາດ​ຕົວະ​ສະ​ໝອງ​ເຮົາ​ໄດ້ ແລະ ເຮັດ​ໃຫ້​ສະ​ໝອງ​ສັ່ງ​ໃຫ້​ຮ່າງ​ກາຍ​ຫາ​ອາ​ຫານ​ແຊບໆ​ຢ່າງ​ອື່ນ​ເພື່ອ​ສະ​ໜອງ​ຕອບ​ຄວາມ​ຫວານ​ທີ່​ຮ່າງ​ກາຍ​ຕ້ອງ​ການ ຈຶ່ງ​ເປັນ​ທີ່​ມາ​ຂອງ​ຄົນ​ທີ່​ດື່ມ​ນ້ຳ​ອັດ​ລົມ​ປາ​ສະ​ຈາກ​ນ້ຳ​ຕານ ແລ້ວ​ຕຸ້ຍ​ຂຶ້ນ ບໍ່​ຍອມ​ຈ່ອຍ​ລົງ​ດັ່ງ​ທີ່​ຄິດ.
  6. ຍຳ​ສະ​ຫລັດ​ເອີ້ນ​ນ້ຳ​ຍ່ອຍ : ຮ້ານ​ອາ​ຫານ​ຫລາຍ​ຮ້ານ​ໃນ​ປັດ​ຈຸ​ບັນ​ນິ​ຍົມ​ເສີບ​ຍຳ​ສະ​ຫລັດ​ກ່ອນ​ເສີບ​ອາ​ຫານ​ຈານ​ຫລັກ ເຊິ່ງ​ເບິ່​ງ​ເປັນ​ການ​ບໍ​ລິ​ການ​ທີ່​ດີ, ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ຍຳ​ສະ​ຫລັດ​ທີ່​ເສີບ​ກ່ອນ​ອາ​ຫານ​ນັ້ນ​ລາດ​ນ້ຳ​ຍຳ​ມາ​ແລ້ວ ລ້ວນ​ແຕ່​ໃຊ້​ນ້ຳ​ຍຳ​ທີ່​ມີ​ກາ​ລໍ​ຣີ​ຫລາຍ, ແຕ່​ຖ້າ​ທ່ານ​ຢາກ​ກິນ​ຍຳ​ສະ​ຫລັດ​ແທ້ໆ ກໍ​ຂໍ​ໃຫ້​ສັ່ງ​ຍຳ​ສະ​ຫລັດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ທ່ານ ແລ້ວ​ໃຫ້​ທາງ​ຮ້ານ​ແຍກ​ນ້ຳ​ຍຳ​ມາ​ໃຫ້ ຈະ​ເປັນ​ທາງ​ເລືອກ​ທີ່​ດີ​ກ່​ວາ​ການ​ກິນ​ຍຳ​ສະ​ຫລັດ​ທີ່​ທາງ​ຮ້ານ​ເຮັດ​ມາ​ແບບ​ພ້ອມ​ເສີບ​ມາ​ໃຫ້.